leftcenterrightdel
ລາຍການສະແດງສິລະປະຂໍ່ານັບຮັບຕ້ອນບຸນປີໃໝ່ປະຈໍາຊາດຂອງນັກສຶກສາລາວ. ພາບ: baonghean.vn.

ນັ້ນແມ່ນບັນດາການເຄື່ອນໄຫວໃນລາຍການຂໍ່ານັບຮັບຕ້ອນບຸນປີໃໝ່ປະຈໍາຊາດ ແລະສົງການ ໄດ້ດໍາເນີນໃນຕອນເຊົ້າວັນທີ 12 ເມສາ, ຢູ່ມະຫາວິທະຍາໄລວີງ.

leftcenterrightdel
ພິທີບາສີສູ່ຂວັນເພື່ອພາວັນນາຂໍໃຫ້ມີຄວາມໂຊກດີ, ຄວາມຜາສຸກໃນປີໃໝ່. ພາບ: baonghean.vn.
leftcenterrightdel
ບັນດານັກສຶກສາເຂົ້າຮ່ວມພິທີບາສີສູ່ຂວັນເພື່ອອວຍພອນເຊິ່ງກັນ ແລະກັນບັນດາສິ່ງດີງາມທີ່ສຸດເນື່ອງໃນໂອກາດປີໃໝ່. ພາບ: baonghean.vn.

ທີ່ພິທີ, ຜູ້ຕາງໜ້າການນໍາມະຫາວິທະຍາໄລວີງ, ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະມາຄົມມິດຕະພາບ ຫວຽດນາມ-ໄທ ໄດ້ຝາກຄໍາອວຍພອນທີ່ດີງາມທີ່ສຸດມາຍັງນັກສຶກສາລາວ ແລະໄທ ເນື່ອງໃນໂອກາດປີໃໝ່ຂອງສອງປະເທດ; ຫວັງວ່າ ພວກນ້ອງຈະມານະພະຍາຍາມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມເປັນຢ່າງດີ, ປະກອບສ່ວນເຫື່ອແຮງ, ສະຕິປັນຍານໍາບ້ານເກີດເມືອງນອນນັບມື້ນັບຮັ່ງມີເຂັ້ມແຂງ, ກໍ່ສ້າງອາຊຽນໃຫ້ກາຍເປັນປະຊາຄົມຮັ່ງມີເຂັ້ມແຂງ, ສາມັກຄີ, ມິດຕະພາບ.

leftcenterrightdel
ຜູ້ຕາງໜ້າຄະນະຊົນເຜົ່າແຂວງມອບທຶນການສຶກສາໃຫ້ບັນດານັກສຶກສາ. ພາບ: baonghean.vn.

ໂອກາດນີ້, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເງະອານ ໄດ້ມອບທຶນການສຶກສາໃຫ້ນັກສຶກສາລາວ 5 ຄົນ, ມອບໃບຍ້ອງຍໍໃຫ້ນັກສຶກສາໄທ 4 ຄົນ.

ກ່ອນໜ້ານັ້ນ, ມະຫາວິທະຍາໄລວີງ ໄດ້ຈັດຕັ້ງບັນດາການເຄື່ອນໄຫວສິລະປະ, ກິລາ, ການພົບປະແລກປ່ຽນວັດທະນະທໍາຢ່າງຟົດຟຶ້ນມ່ວນຊື່ນ, ເຂັ້ມຂຸ້ນໄປດ້ວຍສີສັນໃຫ້ນັກສຶກສາລາວ, ໄທ 500  ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລວີງ.

ໂດຍ: ເຈິ່ນຮວ່ຽນ