ຕອນເຊົ້າວັນທີ 11 ເມສາ, ຢູ່ວັດໂຝມິງ, ເມືອງກໍເວີ໊ບ,  ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ (HUFO) ໄດ້ສົມທົບກັບຄະນະພຸດທະສາສະໜາສາກົນ, ສະມາຄົມພຸດທະສາສະໜາຫວຽດນາມ ນະຄອນໂຮ່ຈີມິນ ຈັດຕັ້ງບຸນປີໃໝ່ປະຈໍາຊາດ ກໍາປູເຈຍ-ລາວ-ມຽນມາ-ໄທ ປີ 2019.

leftcenterrightdel
ພະມະຫາອາຈານ ທິກທ້ຽນເຕີມ, ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ພ້ອມກັບບັນດາຜູ້ຕາງໜ້າສະຖານກົງສູນໃຫຍ່ລາວ, ກໍາປູເຈຍ, ໄທ ດຳເນີນພິທີບາສີສູ່ຂວັນໃນໂອກາດປີໃໝ່.  ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າສະຖານກົງສູນໃຫຍ່ບັນດາປະເທດ ກໍາປູເຈຍ, ລາວ, ໄທ, ທ່ານ Luon Bunvadh, ພະນັກງານສະຖານກົງສູນໃຫຍ່ກໍາປູເຈຍ ປະຈໍານະຄອນໂຮ່ຈີມິນ ໄດ້ສະແດງຄວາມປິຕິຊົມຊື່ນ ແລະຖືວ່າ ເລື່ອງຈັດຕັ້ງບຸນປີໃໝ່ປະຈໍາຊາດ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະຫວຽດນາມ ສະແດງອາລົມຈິດ, ຄວາມສາມັກຄີ, ເປັນເອກະພາບນຳກັນ.

ທີ່ງານບຸນ, ບັນດາຜູ້ແທນໄດ້ດຳເນີນພິທີສົງພະເພື່ອພາວະນາຂໍໃຫ້ມີຄວາມສະຫງົບສຸກໃນປີໃໝ່ ແລະຊົມລາຍການ ຟ້ອນລໍາທໍາເພງຂອງບັນດາປະເທດດັ່ງກ່າວ.

ໂດຍ: ເຈິ່ນຮວ່ຽນ