ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະລັດເຊຍ ໄດ້ຕີລາຄາສູງການຍົກລະດັບການພົວພັນ ອາຊຽນ - ລັດເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນເດືອນພະຈິກ ປີ 2018 ແລະຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ຢ່າງຕັ້ງໜ້າໃນບັນດາຂົງເຂດການຮ່ວມມືໃນປີຜ່ານມາ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການຮ່ວມມືລວມລະຫວ່າງ ອາຊຽນ - ລັດເຊຍ. ພາບ: vovworld.vn.

ໃນການຜັນຂະຫຍາຍແຜນການກະທຳຢ່າງຮອບດ້ານ ອາຊຽນ - ລັດເຊຍ ໄລຍະປີ 2016 – 2020, ໄດ້ມີ 79 ໃນຈຳນວນ 139 ການກະທຳໄດ້ຮັບການປະຕິບັດໃນບັນດາຂົງເຂດຄື: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການເຊື່ອມຕໍ່ ແລະຮັດແຄບຊ່ອງຫວ່າງການພັດທະນາ. ບັນດາການເຄື່ອນໄຫວ, ໂຄງການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບການຜັນຂະຫຍາຍຜ່ານກອງທຶນການເງິນຄູ່ຮ່ວມມືເຈລະຈາ ອາຊຽນ - ລັດເຊຍ, ດ້ວຍການປະກອບສ່ວນຈາກລັດເຊຍ ໃນແຕ່ລະປີແມ່ນ 1,5 ລ້ານ USD.

ປັດຈຸບັນ, ລັດເຊຍ ແມ່ນຄູ່ຄ້າລາຍໃຫຍ່ອັນດັບທີ 8 ແລະແມ່ນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ອັນດັບທີ 10 ຂອງອາຊຽນ. ການຄ້າສອງສົ້ນລະຫວ່າງອາຊຽນ ແລະລັດເຊຍ ນັບມື້ນັບເພີ່ມຂຶ້ນ, ໂດຍບັນລຸໄດ້ 16,79 ຕື້ USD ໃນປີ 2017 ແລະ FDI ຂອງລັດເຊຍ ທີ່ລົງທຶນເຂົ້າອາຊຽນ ບັນລຸໄດ້ 47,72 USD.

ແຫຼ່ງຄັດຈາກ vovworld.vn