leftcenterrightdel
ກອງປະຊຸມອາຊຽນ ກ່ຽວກັບເຄືອຂ່າຍອິນເຕີແນັດ 5G ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ພາບ: ຈ້ອງດ້າຍ.

ນີ້ແມ່ນກອງປະຊຸມທໍາອິດຂອງບັນດາປະເທດອາຊຽນ ກ່ຽວກັບການພັດທະນາເຄືອຂ່າຍອິນເຕີແນັດ 5G ດ້ວຍຫົວຂໍ້ “5G ແລະສັງກາດດີຈິຕອນ”. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນສາກົນ ເຊິ່ງແມ່ນການນໍາບັນດາອົງການຄຸ້ມຄອງກ່ຽວກັບໂທລະຄົມມະນາຄົມບັນດາປະເທດອາຊຽນ ແລະບັນດາປະເທດຄູ່ເຈລະຈາ; ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບນະໂຍບາຍ ແລະການຄຸ້ມຄອງ, ຍຸດທະສາດພັດທະນາເຄືອຂ່າຍໂທລະສັບມືຖືຄວາມຖີ່ກວ້າງ, ວິວັດທະນາການຜັນຂະຫຍາຍເຄືອຂ່າຍອິນເຕີແນັດ 5G ລວມມີເຕັກໂນໂລຢີ, ການແບ່ງປັນ ແລະໃຊ້ພື້ນຖານໂຄງລ່າງ, ຄວາມຖີ່, ມາດຕະຖານຄວາມປອດໄພດ້ານຂໍ້ມູນຂ່າວສານ, ແອັບພຼີເຄຊັນ ແລະບັນດາຮູບແບບດໍາເນີນທຸລະກິດບໍລິການເຄືອຂ່າຍອິນເຕີແນັດ 5G ຮ່ວມ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ວັນຟອງ.

ພ້ອມກັນນັ້ນ, ກອງປະຊຸມກໍປຶກສາຫາລືບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງອາຊຽນ ຕ້ອງປະເຊີນໜ້າ ແລະຄວນສົມທົບກັນເມື່ອຜັນຂະຫຍາຍການສ້າງລະບົບຊີວະພາບໃຫ້ແກ່ເຄືອຂ່າຍອິນເຕີແນັດ 5G. ກອງປະຊຸມໄດ້ດໍາເນີນໃນລະຫວ່າງວັນທີ 21-22 ມີນາ.

ໂດຍ: ບົວພອນ