ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva ຖືວ່າ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະການຮັດແໜ້ນນະໂຍບາຍການເງິນໃນປະຈຸບັນພວມກົດໜ່ວງການພັດທະນາຂອງພື້ນຖານເສດຖະກິດທົ່ວໂລກ. ທ່ານນາງ Kristalina Georgieva ຄາດຄະເນວ່າ ນັບທັງແງ່ຫວັງຂອງປີ 2024 ດີຂຶ້ນກໍ່ຕາມ, ແຕ່ການເຕີບໂຕເສດຖະກິດໃນປີໜ້າຍັງຢູ່ໃນລະດັບຕ່ຳກວ່າ 3,8%. IMF ພວມຕິດຕາມການຜັນແປຂອງສະພາບການ ແລະຕີລາຄາຜົນກະທົບຕໍ່ແງ່ຫວັງເສດຖະກິດ ແລະຄວາມສະຖຽນລະພາບດ້ານການເງິນທົ່ວໂລກຢ່າງໃກ້ຊິດ.

ເວທີປາໄສຂັ້ນສູງພັດທະນາ ຈີນ ໃນປີນີ້ຈັດຂຶ້ນແຕ່ວັນທີ 25 – 27 ມີນາ ຢູ່ ປັກກິ່ງດ້ວຍຫົວຂໍ້ວ່າ “ການຟື້ນຟູເສດຖະກິດ: ກາລະໂອກາດ ແລະການຮ່ວມມື”.

ແຫຼ່ງຄັດຈາກ: vovworld.vn