ກອງປະຊຸມນໍ້າ ສປຊ 2023 ດໍາເນີນແຕ່ວັນທີ 22-24 ມີນາ 2023 ດ້ວຍ 5 ຫົວຂໍ້ປຶກສາຫາລືຫຼັກ: ນໍ້າໃຫ້ແກ່ສຸຂະພາບ; ນໍ້າເພື່ອການພັດທະນາແບບຍືນຍົງ; ນໍ້າສໍາລັບດິນຟ້າອາກາດ, ຟື້ນຟູ ແລະສິ່ງແວດລ້ອມ; ນໍ້າສໍາລັບການຮ່ວມມື; ແລະທົດສະວັດແຫ່ງການກະທໍາກ່ຽວກັບນໍ້າ. ບັນດາວາລະປຶກສາຫາລືແມ່ນແນໃສ່ມຸ່ງໄປເຖິງການຍົກສູງຄວາມຮັບຮູ້ກ່ຽວກັບຄວາມສໍາຄັນຂອງນໍ້າ, ປະກອບສ່ວນປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ໃຫ້ສຳເລັດກ່ອນປີ 2030.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ວາລະໄຂກອງປະຊຸມນໍ້າ ສປຊ ປີ 2023. ພາບ: baochinhphu.vn

ຕາມ ສປຊ ແລ້ວ, ນໍ້າສວມບົດບາດຫຼັກແຫຼ່ງ ແລະມີຄວາມສໍາຄັນທີ່ສຸດຕໍ່ກັບການມີຊີວິດຢູ່ໃນໂລກ, ໃນນັ້ນມີການພັດທະນາແບບຍືນຍົງໃນປັດຈຸບັນກໍຄືໃນອະນາຄົດ; ການເຂົ້າເຖິງແຫຼ່ງນໍ້າສະອາດ ແລະປອດໄພແມ່ນສິດພື້ນຖານທີ່ສຸດຂອງມະນຸດ.

ສະພາບປ່ຽນແປງຂອງດິນຟ້າອາກາດທົ່ວໂລກຍິ່ງເຮັດໃຫ້ນໍ້າມີຜົນສະທ້ອນອັນເລິກເຊິ່ງກວ່າຕໍ່ພື້ນຖານເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມໃນໂລກ. ວິກິດການນໍ້າໃນປັດຈຸບັນແມ່ນໄພນາບຂູ່ຕໍ່ທຸກໆປະເທດ. ສປຊ ເນັ້ນໜັກວ່າ ຖ້າບໍ່ຮີບຮ້ອນມີການກະທໍາ ແລະມີວົງຈອນຄຸ້ມຄອງນໍ້າຢ່າງມີປະສິດທິຜົນນັບແຕ່ດຽວນີ້ໄປ, ສຸຂະພາບຂອງມະນຸດ ແລະສິ່ງແວດລ້ອມໂລກຈະປະເຊີນໜ້າກັບໄພວິກິດ ແລະອະນາຄົດແບບຍືນຍົງ, ຍຸຕິທໍາ ຈະຍັງຢູ່ເໜືອຄວາມສາມາດ

ຄາດວ່າ, ກອງປະຊຸມນໍ້າ ສປຊ ຈະຮັບຮອງເອົາໂຄງການດໍາເນີນງານນໍ້າ 2023.

ໂດຍ: ໄຊຊະນະ