leftcenterrightdel
ທ່ານ Kim Gunn  ທູດພິເສດ ສ.ເກົາຫຼີ ກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມ ເກົາຫຼີ ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Takehiro Funakoshi. ພາບ: Yonhap

ໃນວັນທີ 31 ມັງກອນ, ທູດພິເສດ ສ.ເກົາຫຼີ ກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມ ເກົາຫຼີ, ທ່ານ Kim Gunn ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Takehiro Funakoshi ໄດ້ມີການພົບປະກັນຢູ່ສຳນັກງານກະຊວງການຕ່າງປະເທດ ສ.ເກົາຫຼີ ຢູ່ນະຄອນຫຼວງ ເຊີອູນ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນບັນຫາ ສປປ.ເກົາຫຼີ. ສອງຝ່າຍກໍເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສອງຝ່າຍລະຫວ່າງ ສ.ເກົາຫຼີ-ຍີ່ປຸ່ນ, ກໍຄືການຮ່ວມມື 3 ຝ່າຍກັບອາເມລິກາ ໃນບັນຫາ ສປປ.ເກົາຫຼີ. ເຈົ້າໜ້າທີ່ສອງທ່ານກໍເຫັນດີເປັນເອກະພາບເພີ່ມທະວີການຕິດຕໍ່ພົວພັນ ແນໃສ່ເກ້ຍກ່ອມ ພຽງຢາງ ກັບຄືນສູ່ການເຈລະຈາ.

ພາຍຫຼັງການພົບປະ, ກະຊວງການຕ່າງປະເທດຍີ່ປຸ່ນ ກໍໃຫ້ຮູ້ກ່ຽວກັບທັດສະນະແບ່ງປັນຂອງຄະນະປະຕິບັດວ່າ ບັນດາເຫດທົດລອງຍິງລູກສອນໄຟຂອງ ສປປ.ເກົາຫຼີ ກໍ່ຄວາມວິຕົກກັງວົນຕໍ່ປະຊາຄົມສາກົນ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ