ກ່າວຄໍາເຫັນທີ່ການປະຊຸມຂ່າວ “ພິທີມອບຕໍາແໜ່ງປະທານ ABAC 2023” ຈາກ ກໍາປູເຈຍ ໃຫ້ ອິນໂດເນເຊຍ ໃນວັນທີ 30 ມັງກອນ, ທ່ານ Arsjad Rasjid ປະທານ Kadin ທັງເປັນປະທານ ABAC 2023 ໃຫ້ຮູ້ວ່າ 7 ລາຍການບຸລິມະສິດນີ້ແມ່ນສໍາຄັນທີ່ສຸດ, ໄດ້ສ້າງເປັນມໍລະດົກຕົກທອດໃນປີປະທານອາຊຽນ ຂອງອິນໂດເນເຊຍ.

ໃນບັນດາບຸລິມະສິດ, ສາມລາຍການຫັນເປັນດີຈີຕອນ ໄດ້ສຸມໃສ່ເຕັກໂນໂລຢີດ້ານການເງິນ ແລະການຄ້າເອເລັກໂຕນິກ ລວມມີລະຫັດ QR ອາຊຽນ, ລະບົບການກູ້ຢືມອາຊຽນ P2P ແລະເລີ່ມທຸລະກິດ WIKI. Kadin ພວມຮ່ວມມືກັບທຸກທະນາຄານສູນກາງຢູ່ບັນດາປະເທດອາຊຽນ ເພື່ອພັດທະນາລະຫັດ QR. ລາຍການເລີ່ມທຸລະກິດ WIKI ຈະໜູນຊ່ວຍການຄ້າສາກົນລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນສໍາລັບບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ (MSME).

leftcenterrightdel
ປ້າຍໂຄສະນາປີປະທານອາຊຽນ ອິນໂດເນເຊຍ 2023. ພາບ: ສໍານັກຂ່າວສານຫວຽດນາມ.

ປະທານ ABAC 2023 ກໍ່ຈະແນະນໍາລາຍການ “ອາຊຽນ One Shot” - ລາຍການນີ້ຈະໃຫ້ບຸລິມະສິດຂະແໜງສາທາລະນະສຸກເພື່ອສ້າງລາຍການສັກວັກຊິນໃນພາກພື້ນຍາວນານ, ເພີ່ມທະວີກໍາລັງຄວາມສາມາດຜະລິດ ກໍ່ຄືຄົ້ນຄວ້າການຄັດກອງ. ລາຍການເພື່ອແນໃສ່ເພີ່ມຄວາມສາມາດຟື້ນຟູ ແລະຄວາມພ້ອມໃນການກະກຽມຂອງລະບົບສາທາລະນະສຸກໃນພາກພື້ນຕໍ່ພະຍາດທີ່ຈະລະບາດໃນອະນາຄົດ. ລາຍການຈະປະຕິບັດຜ່ານຫຼາຍການຮ່ວມມືລະຫວ່າງບັນດາລັດຖະບານອາຊຽນ, ບັນດາບໍລິສັດໃນຂະແໜງສາທາລະນະສຸກ ແລະບັນດາອົງການສາທາລະນະສຸກທົ່ວໂລກ.

ABAC ຈະເປັນປະທານລາຍການຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ຂະແໜງກະສິກໍາດ້ວຍຮູບແບບຄົບວົງຈອນເພື່ອແນໃສ່ສົ່ງເສີມຊາວກະສິກອນ ແລະບັນດາວິສາຫະກິດຂະໜາດນ້ອຍ ແລະກາງໃນຂົງເຂດກະສິກໍາເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກ.

ໂດຍ: ຈາງຫງວຽນ