ນະທີ່ນີ້, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາມາດຕະການ ເພື່ອຊຸກຍູ້ການຮ່ວມມືທີ່ແທດຈິງໃຫ້ຄົບຊຸດ, ມີປະສິດທິຜົນກ່ວາອີກ. ໃນນັ້ນ, ສອງຝ່າຍໃຫ້ຄຳໝັ້ນສັນຍາຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມື ໃນບັນດາຂົງເຂດໃໝ່, ຄື: ສ້າງລະບົບຊຳລະເອເລັກໂຕນິກຂ້າມຊາຍແດນ, ພັດທະນາບັນດາມາດຖານເຕັກໂນໂລຢີກ່ຽວຂ້ອງເຖິງພະລັງງານໃໝ່ ແລະພະລັງງານຜະລິດຄືນໃໝ່, ຊຸກຍູ້ພື້ນຖານເສດຖະກິດ ກາກບອນຕ່ຳ… ກ່າວຄຳເຫັນໃນການຖະແຫຼງຂ່າວຮ່ວມພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີສິງກະໂປ ໃຫ້ຮູ້ວ່າ: ການຮ່ວມມືຂອງສອງປະເທດ ຈະສ້າງໝາກຜົນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ດ້ວຍບັນດາຜົນປະໂຫຍດຮູບປະທຳ ມາໃຫ້ປະຊາຊົນ ແລະວິສາຫະກິດຂອງສອງປະເທດ, ນຳການພົວພັນສິງກະໂປ - ມາເລເຊຍ ພັດທະນາຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານນາຍົກລັດຖະມົນຕີມາເລເຊຍ Anwar Ibrahim ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ. ພາບ:Twitter/Anwar Ibrahim

ພາຍຫຼັງການພົບປະເຈລະຈາ,  ທ່ານນາຍົກລັດຖະມົນຕີມາເລເຊຍ ແລະຄູ່ຕຳແໜ່ງ ສິງກະໂປ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 3 ສະບັບ, ເຊິ່ງລວມມີ: ຂອບຂໍ້ຕົກລົງຮ່ວມມືກ່ຽວກັບເສດຖະກິດດີຈີຕອນ, ຂອບການຮ່ວມມືກ່ຽວກັບເສດຖະກິດສີຂຽວ, ບົດບັນທຶກຊ່ວຍຈຳກ່ຽວກັບຄວາມໝັ້ນຄົງທາງອິນເຕີແນັດ ແລະ ປົກປ້ອງຂໍ້ມູນສ່ວນຕົວ.

ແຫຼ່ງຄັດຈາກ: vovworld.vn