leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ວັນທີ 16 ມັງກອນ, ລາຊະອານາຈັກ ອັງກິດ ແລະ ສະຫະພາບເອີລົບ (ອີຢູ) ໄດ້ອອກຖະແຫຼງການຮ່ວມພາຍຫຼັງການພົບປະລະຫວ່າງທ່ານ Maros Sefcovis, ຫົວໜ້າຄະນະເຈລະຈາ ອີຢູ ກັບທ່ານ James Cleverly, ລັດຖະມົນຕີການຕ່າງປະເທດ ອັງກິດ ແລະ ທ່ານ Chris Heaton – Harris, ລັດຖະມົນຕີຮັບຜິດຊອບບັນຫາ ອຽກລັງເໜືອ.

ຖະແຫຼງການຮ່ວມຢັ້ງຢືນວ່າ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍທີ່ຄົງຕົວໃນຕະຫຼອດສອງປີຜ່ານມາ ແລະ ຄວາມຕ້ອງການຊອກຫາມາດຕະການພ້ອມກັນແກ້ໄຂບັນດາຄວາມສົນໃຈລວມຂອງທຸກໆປະຊາຄົມຢູ່ ອຽກລັງເໜືອ ແລະ ປົກປ້ອງທີ່ຕັ້ງຂອງອຽກລັງເໜືອ ໃນຕະຫຼາດພາຍໃນຂອງ ລາຊະອານາຈັກ ອັງກິດ ແລະ ລັກສະນະຄົບຖ້ວນຂອງຕະຫຼາດລວມ ອີຢູ.

ແຫຼ່ງຄັດຈາກ: vovworld.vn