ກ່າວຄໍາເຫັນທີ່ເຫດການ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ ຖືວ່າ ບັນດາປະເທດ ຄວນມີວິທີເຂົ້າເຖິງຢ່າງຮອບດ້ານໃນການຕ້ານການກໍ່ການຮ້າຍຢູ່ໃນລະດັບຊາດ, ພາກພື້ນ ແລະທົ່ວໂລກ, ພາຍໃຕ້ບົດບາດ ສປຊ ເປັນສູນກາງປະສານງານ, ສອດຄ່ອງກັບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ. ບັນດາປະເທດ ຄວນສືບຕໍ່ແກ້ໄຂສິ່ງທ້າທາຍທີ່ມີລັກສະນະໂຄງປະກອບຢ່າງມີປະສິດທິຜົນ ຄື ການຂາດຄວາມສະເໝີພາບ ແລະສະພາບບໍ່ມີຄວາມຍຸຕິທໍາດ້ານການເມືອງ, ເສດຖະກິດ ແລະສັງຄົມ. ໃນເງື່ອນໄຂບັນດາປະເທດ ກໍາລັງມານະພະຍາຍາມຟື້ນຟູ ຫຼັງໂຄວິດ-19 ແລະຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ, ການໜູນຊ່ວຍຂອງປະຊາຄົມສາກົນໃຫ້ແກ່ບັນດາປະເທດ ທີ່ພວມປະສົບຄວາມຫຍຸ້ງຍາກແມ່ນບັນຫາສໍາຄັນທີ່ສຸດ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບຄວາມຮັບຜິດຊອບສາກົນຂອງບັນດາປະເທດ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຮຽກຮ້ອງໃຫ້ບັນດາປະເທດ ປະຕິບັດພັນທະຕາມກົດໝາຍສາກົນ, ສະກັັດກັ້ນການຈັດຕັ້ງ, ຍຸຍົງສົ່ງເສີມ ຫຼື ອຸປະຖໍາໃຫ້ແກ່ການກະທໍາກໍ່ການຮ້າຍຕ້ານຄືນບັນດາປະເທດອື່ນຈາກພາຍໃນ ຫຼື ພາຍນອກຜືນແຜ່ນດິນຂອງຕົນ.

ທ່ານ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມໃນການປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກ ຂອງ ສປຊ ແລະບັນດາພັນທະສາກົນໃນການຕ້ານການກໍ່ການຮ້າຍ. ຫວຽດນາມ ໄດ້ຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ແລະບັນດາປະເທດຢ່າງແໜ້ນແຟ້ນໃນການສະກັດກັ້ນ ແລະຕ້ານການກໍ່ການຮ້າຍ. ປັດຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມສັນຍາທົ່ວໂລກ 15 ສະບັບ, ເຂົ້າຮ່ວມຂໍ້ຕົກລົງພາກພື້ນ ຫຼື ສອງຝ່າຍຫຼາຍສະບັບກ່ຽວກັບການຕ້ານການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ ແລະພິເສດຖືພັນທະແຫ່ງຊາດຕາມບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍການຕ້ານການກໍ່ການຮ້າຍ ເປັນສິ່ງສຳຄັນ.

ໂດຍ: ໄຊຊະນະ