leftcenterrightdel
(ພາບປະກອບ: Shutterstock)

ຕາມແຜນການແລ້ວ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາປະເທດຄູ່ຮ່ວມມື (OPEC+) ຈະພິຈາລະນາຫຼຸດຜ່ອນປະລິມານການຜະລິດນ້ຳມັນບໍ່ໃຫ້ຢູ່ໃນລະດັບກວ່າ 1 ລ້ານຖັງຕໍ່ວັນໃນກອງປະຊຸມທີ່ຈະຈັດຂຶ້ນໃນວັນທີ 5 ຕຸລາ ຈະມາເຖິງ. ການຫຼຸດປະລິມານນ້ຳມັນນີ້ແມ່ນສູງກວ່າລະດັບຄາດຄະເນ 5 ແສນຫາ 1 ລ້ານຖັງຕໍ່ວັນ ເຊິ່ງໄດ້ຍົກອອກມາໃນອາທິດແລ້ວນີ້.

ກອງປະຊຸມຈະຈັດຂຶ້ນຢູ່ນະຄອນຫຼວງ ວຽນ ຂອງ ໂອຕາລິດ ແມ່ນກອງປະຊຸມເຊິ່ງໜ້າຄັ້ງທຳອິດຂອງ OPEC +  ນັບແຕ່ເມື່ອບັນດາມາດຕະການຈຳກັດກ່ຽວກັບໂລກລະບາດໂຄວິດ - 19 ຖືກຈັດວາງໃນປີ 2020. ກອງປະຊຸມຖືກດໍາເນີນໃນສະພາບທີ່ນັບມື້ນັບມີຫຼາຍແຫຼ່ງຂ່າວທີ່ຖືວ່າ OPEC + ຈະຫຼຸດປະລິມານນ້ຳມັນລົງຢ່າງແຮງ ຍ້ອນມີຄວາມວິຕົກກັງວົນຕໍ່ສະພາບເສດຖະກິດຊຸດໂຊມຈະສົ່ງຜົນກະທົບຕໍ່ຄວາມຕ້ອງການນໍາໃຊ້ນ້ຳມັນ. ປັດຈຸບັນ, ລາຄານ້ຳມັນໃນໂລກໄດ້ຫຼຸດລົງເຫຼືອພຽງປະມານ 80 ໂດລາສະຫະລັດຕໍ່ຖັງ, ພາຍຫຼັງຮັກສາລະດັບລາຄາກວ່າ 100 ໂດລາສະຫະລັດ ຕໍ່ຖັງມາເປັນເວລາຫຼາຍເດືອນ.

ແຫຼ່ງຄັດຈາກ: vovworld.vn