leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ວັນທີ 29 ກັນຍາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີບໍ່ກຳນົດອອກສູ່ທະເລຕາເວັນອອກຂອງປະເທດນີ້ ແລະ ນີ້ກໍ່ແມ່ນຄັ້ງທີ 3 ທີ່ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີໃນອາທິດນີ້. ສະພາຫົວໜ້າເສນາທິການທະຫານປະສົມສ.ເກົາຫຼີ (JCS) ໄດ້ປະກາດວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟພາຍຫຼັງ 2 - 3 ຊົ່ວໂມງ ທີ່ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ມາຢ້ຽມຢາມສ.ເກົາຫຼີ ເປັນເວລາ 1 ວັນ ເພື່ອພົບປະກັບທ່ານປະທານາທິບໍດີ Yoon Suk-yeol ແລະ ຢ້ຽມຢາມເຂດປອດການທະຫານ (DMZ). ສຳນັກຂ່າວສານ Kyodo ໄດ້ຄັດສະເໜີຄຳເວົ້າຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍ່ໃຫ້ຮູ້ວ່າ ລູກສອນໄຟເຊິ່ງ ສປປ.ເກົາຫຼີ ຫາກໍ່ຍິງນັ້ນ ອາດຈະແມ່ນລູກສອນໄຟນຳວິຖີ. ມີລູກສອນໄຟດັ່ງກ່າວອາດຈະໄດ້ຕົກລົງຢູ່ເຂດເສດຖະກິດຈຳເພາະ (EEZ) ຂອງຍີ່ປຸ່ນ. ປັດຈຸບັນ ຍັງບໍ່ມີບົດລາຍງານກ່ຽວກັບຜົນເສຍຫາຍທີ່ເກີດຈາກເຫດຍິງລູກສອນໄຟນີ້.

ເຫດຍິງລູກສອນໄຟຫຼ້າສຸດຂອງ ສປປ.ເກົາຫຼີ ກໍ່ໄດ້ດຳເນີນພາຍຫຼັງສ.ເກົາຫຼີ ແລະ ອາເມລິກາ ຫາກໍ່ສິ້ນສຸດການຊ້ອມຮົບຮ່ວມກອງທັບເຮືອຂັ້ນສູງ, ໂດຍມີການເຂົ້າຮ່ວມຂອງກຳປັ່ນສະໜາມບິນ USS Ronald Reagan ຢູ່ທະເລຕາເວັນອອກ. ກ່ອນໜ້ານັ້ນ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ (SRBM) ໃນທ້າຍອາທິດກ່ອນ ແລະ ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກອອກສູ່ທະເລຕາເວັນອອກຂອງ ສ.ເກົາຫຼີ ໃນວັນທີ 28 ກັນຍາ.

ແຫຼ່ງຄັດຈາກ: vovworld.vn