leftcenterrightdel
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ພາບ: Kyodo/ສໍານັກຂ່າວສານຫວຽດນາມ.

ວັນທີ 27 ກັນຍາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ບັນດາຄູ່ຕຳແໜ່ງ ອົດສະຕາລີ ແລະ ອິນເດຍ ໄດ້ເຫັນດີຮ່ວມມືກັນມຸ່ງໄປເຖິງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ, ວິໄສທັດ ເຊິ່ງທ່ານອະດີດນາຍົກລັດຖະມົນຕີ Abe Shinzo ສະໜັບສະໜູນ. ຕາມກະຊວງການຕ່າງປະເທດ ຍີ່ປຸ່ນ ແລ້ວ, ທ່ານ Kishida ບັນລຸໄດ້ຄວາມເຫັນດີເຫັນພ້ອມດັ່ງກ່າວໃນການພົບປະສະເພາະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida ໃຫ້ຮູ້ວ່າ ຍີ່ປຸ່ນ ຈະເສີມຂະຫຍາຍບັນດາຜົນງານດ້ານການທູດ ເຊິ່ງທ່ານອະດີດນາຍົກລັດຖະມົນຕີ Shinzo Abe ບັນລຸໄດ້, ພ້ອມກັນນັ້ນກໍ່ສືບຕໍ່ຮ່ວມມືກັບອິນເດຍ ເພື່ອປະຕິບັດການຫັນມະຫາສະໝຸດອິນເດຍ-ປາຊີຟິກ ເປັນເສລີ ແລະເປີດກວ້າງ. ສ່ວນທ່ານນາຍົກລັດຖະມົນຕີ Narendra Modi ຢືນຢັນການພົວພັນ 2 ຝ່າຍໄດ້ຍົກຂຶ້ນສູ່ລະດັບສູງໃໝ່ ພາຍຫຼັງເປີດກວ້າງຫຼາຍຂົງເຂດຮ່ວມມືໃນສະໄໝຂອງອຳນາດການປົກຄອງຂອງທ່ານນາຍົກລັດຖະມົນຕີ Abe Shinzo.

ໃນຂະນະນັ້ນ, ທີ່ການພົບປະກັບນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ທ່ານນາຍົກລັດຖະມົນຕີ Kishida ກໍ່ໃຫ້ຄຳໝັ້ນສັນຍາພ້ອມກັບທ່ານນາຍົກລັດຖະມົນຕີ ອີຕາລີ ເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

ແຫຼ່ງຄັດຈາກ: vovworld.vn