ວັນທີ 26 ກັນຍາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ກ່າວເຕືອນວ່າ ພື້ນຖານເສດຖະກິດໂລກໃນປີໜ້າຈະຖືກຜົນສະທ້ອນໜັກໜ່ວງກ່ວາເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ ຍ້ອນບັນດາຜົນຮ້າຍຢ້ອນຫຼັງຂອງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ໃນບົດລາຍງານຫຼ້າສຸດ, OECD ຍັງຮັກສາລະດັບການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກປີ 2022 ຢູ່ໃນລະດັບ 3%, ແຕ່ໄດ້ຫລຸດລະດັບການຄາດຄະເນໃນປີ 2023 ລົງເຫຼືອພຽງ 2,2% ເມື່ອທຽບໃສ່ລະດັບຄາດຄະເນກ່ອນນັ້ນໃນເດືອນມິຖຸນາແມ່ນ 2,8%.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ບົດລາຍງານຂອງ OECD ກໍ່ສະແດງໃຫ້ເຫັນແງ່ຫວັງຕໍ່ການເຕີບໂຕຂອງເກືອບທຸກໆປະເທດໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ລ້ວນແຕ່ຖືກຫລຸດລົງ, ເວັ້ນເສຍແຕ່ ຕວກກີ, ອິນໂດເນເຊຍ ແລະ ອັງກິດ. ພື້ນຖານເສດຖະກິດໃຫຍ່ສຸດໃນໂລກ ແມ່ນ ອາເມລິກາ ໄດ້ຄາດຄະເນການເຕີບໂຕພຽງ 0,5% ໃນປີ 2023. ໃນຂະນະນັ້ນ, OECD ກໍ່ຫລຸດລະດັບຄາດຄະເນການເຕີບໂຕຂອງພື້ນຖານເສດຖະກິດໃຫຍ່ທີສອງໃນໂລກ ເຊິ່ງແມ່ນປະເທດຈີນ ໃນປີນີ້ ແລະ ປີ 2023 ຫລຸດລົງຕາມລຳດັບແມ່ນ 3,2% ແລະ 4,7%.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ