ທີ່ກອງປະຊຸມ, ບັນດາປະເທດໄດ້ແລກປ່ຽນກ່ຽວກັບມາດຕະການຊຸກຍູ້ການຮ່ວມມືອາຊຽນ, ການສົມທົບກັນອອກສະໝັກເລືອກຕັ້ງຂອງບັນດາປະເທດສະມາຊິກ ອາຊຽນ ເຂົ້າໃນບັນດາອົງການຂອງສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງສາກົນ.

leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມງອັກ ເຂົ້າຮ່ວມ IAMM. ພາບ: Vov.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມງອັກ, ໃຫ້ຮູ້ວ່າ ຫວຽດນາມ ເຫັນດີສືບຕໍ່ປະຕິບັດຕາມທຳນຽມຂອງອາຊຽນ ກ່ຽວກັບການປະສານງານ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນການເຄື່ອນໄຫວສະໝັກເລືອກຕັ້ງໃນໄລຍະຈະມາເຖິງ. ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ຍົກສູງ ແລະເສີມຂະຫຍາຍບັນດາຫຼັກການ ແລະຄຸນຄ່າຂອງສົນທິສັນຍາເປັນມິດ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນໃນສະພາບພາກພື້ນ ແລະສາກົນພວມມີການປ່ຽນແປງຢ່າງເລິກເຊິ່ງ, ວ່ອງໄວ, ສັບສົນ ແລະສົ່ງຜົນກະທົບຫຼາຍດ້ານເຖິງທຸກປະເທດ.

ກ່ຽວກັບບັນຫາ ມຽນມາ, ອາຊຽນ ຄວນຢືດໝັ້ນ ແລະຕັ້ງໜ້າໜູນຊ່ວຍ ມຽນມາ ຫຼາຍກວ່າເກົ່າ ເພື່ອຜ່ານຜ່າວິກິດການ, ຊອກຫາມາດຕະການແກ້ໄຂ ເພື່ອຜົນປະໂຫຍດຂອງປະຊາຊົນ ມຽນມາ.

ໂດຍ: ທະນາພອນ