ໃນຈົດໝາຍສົ່ງເຖິງການນຳໂລກ ທີ່ພວມເຂົ້າຮ່ວມກອງປະຊຸມຄັ້ງທີ 77 ຂອງ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ (ອາເມລິກາ), ມີເຖິງ 238 ອົງການ, ໃນນັ້ນມີ Oxfam, Save the Children ແລະ Plan International ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບອຶດຫິວ, ທຸກຍາກທີ່ພວມເພີ່ມຂຶ້ນຢ່າງໄວວາໃນໂລກ. ຄາດວ່າ ໃນທົ່ວໂລກກຳລັງມີຜູ້ອຶດຫິວ 345 ລ້ານຄົນ, ຫຼາຍທົບ 2 ເທົ່າ ເມື່ອທຽບໃສ່ປີ 2019. ໃນຈົດໝາຍ, ບັນດາອົງການຈັດຕັ້ງນີ້ ໄດ້ເນັ້ນໜັກວ່າ ເຖິງວ່າການນຳບັນດາປະເທດໃນໂລກໄດ້ໃຫ້ຄຳໝັ້ນສັນຍາ ບໍ່ປະໃຫ້ບັນຫາດັ່ງກ່າວເກີດຂຶ້ນໃນສະຕະວັດ 21, ແຕ່ໄພອຶດຫິວພວມມີຄວາມສ່ຽງເກີດຂຶ້ນອີກຄັ້ງໜຶ່ງຢູ່ ໂຊມາລີ. ນີ້ບໍ່ແມ່ນບັນຫາຂອງສະເພາະປະເທດໃດ ຫຼື ທະວີບໃດ ເພາະສະນັ້ນ, ທົ່ວໂລກຕ້ອງສຸມໃສ່ສະໜອງສະບຽງອາຫານທີ່ຈຳເປັນໃນທັນທີ ແລະ ໃຫ້ການໜູນຊ່ວຍໃນຍາວນານ ເພື່ອໃຫ້ປະຊາຊົນສາມາດດູແລຕົນເອງ, ຄອບຄົວ ແລະ ເປັນເຈົ້າໃນອະນາຄົດ.

ແຫຼ່ງຄັດຈາກ: vovworld.vn