ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຕ້ອງເພີ່ມເງິນລົງທຶນໃນແຕ່ລະປີຂຶ້ນທົບກວ່າ 2 ເທົ່າໃສ່ການເຄື່ອນໄຫວຜະລິດພະລັງງານຜະລິດຄືນໃໝ່ ເພື່ອຍູ້ໄວລະດັບຫັນປ່ຽນພະລັງງານ ແລະຕອບສະໜອງບັນດາເປົ້າໝາຍກ່ຽວກັບອາກາດ.

leftcenterrightdel
ລົງທຶນເຂົ້າຂົງເຂດພະລັງງານຜະລິດຄືນໃໝ່ປະກອບສ່ວນຕ້ານການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກ. ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຕາມບົດລາຍງາຍຂອງອົງການພະລັງງານຜະລິດຄືນໃໝ່ສາກົນ (IRENA) ປະກາດໃນວັນທີ 19 ກັນຍາ, ໃນໄລຍະຍາວ ບັນດາປະເທດຕ້ອງລົງທຶນຈຳນວນເງິນສະເລ່ຍ 210 ຕື້ໂດລາສະຫະລັດຕໍ່ປີເຂົ້າຂົງເຂດພະລັງງານຜະລິດຄືນໃໝ່, ສະມັດຕະພາບພະລັງງານ ແລະ ເພື່ອໜູນຊ່ວຍເຕັກໂນໂລຊີ ແລະພື້ນຖານໂຄງລ່າງ ໃນໄລຍະແຕ່ນີ້ຮອດປີ 2050, ປະກອບສ່ວນຕ້ານການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກ. ບົດລາຍງານຊີ້ແຈ້ງວ່າ ຍອດເງິນລົງທຶນອາດຈະຂຶ້ນເຖິງ 6.000 ຕື້ໂດລາສະຫະລັດຮອດປີ 2050.

ບັນດາກາລະໂອກາດລົງທຶນ ລວມມີ: ການລົງທຶນເຂົ້າພະລັງງານຜະລິດຄືນໃໝ່, ເຊື້ອເພີງຊີວະພາບ, ສະມັດຕະພາບພະລັງງານ, hydrogen… ດ້ວຍເລື່ອງລົງທຶນໃສ່ພະລັງງານຜະລິດຄືນໃໝ່ຫຼາຍຂຶ້ນນັ້ນ, ຮອດປີ 2050, ອາຊຽນ ອາດສາມາດຫຼຸດລາຍຈ່າຍພະລັງງານ ແລະ ປະຢັດປະມານ 1.500 ຕື້ໂດລາສະຫະລັດ ເຊິ່ງກ່ຽວຂ້ອງເຖິງສຸຂະພາບຂອງມວນມະນຸດ ແລະ ຄວາມເສຍຫາຍດ້ານສິ່ງແວດລ້ອມຍ້ອນການນຳໃຊ້ເຊື້ອເພີວປອສຊິວ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ