leftcenterrightdel
ລາຍຊື່ບັນດາເອກະສານທີ່ໄດ້ເກັບເອົາໄວ້ຢູ່ວິນລາທ່ານ Donald Trump. ພາບ: Reuters

ວັນທີ  12 ສິງຫາ, ກະຊວງຍຸຕິທຳຂອງອາເມລິກາ ໃຫ້ຮູ້ວ່າ: ກົມສືບສວນສອບສວນສະຫະລັດ ອາເມລິກາ (FBI) ໄດ້ເກັບເອົາໄວ້ເອກະສານປິດລັບຫຼາຍສະບັບເມື່ອເຂົ້າກວດຄົ້ນວິນລາທ່ານອະດີດປະທານາທິບໍດີ Donald Trump ຢູ່ລັດ Florida ໃນຕົ້ນອາທິດ. ຄຳສັ່ງກວດຄົ້ນວິນລາຂອງທ່ານອະດີດປະທານາທິບໍດີ Donald Trump ໄດ້ປະກາດໃນວັນທີ 12 ສິງຫາ, ໃນນັ້ນໃຫ້ຮູ້ວ່າ: FBI ໄດ້ເກັບເອົາໄວ້ເອກະສານປິດລັບຫຼາຍສະບັບ ແລະກຳລັງສືບສວນສອບສວນເລື່ອງ ທ່ານ Donald Trump ໄດ້ລະເມີດກົດໝາຍວ່າດ້ວຍນັກສືບຫຼືບໍ່? ນີ້ແມ່ນກົດໝາຍສະຫະລັດຫ້າມກຳມະສິດ ຫຼື ເຜີຍແຜ່ຂໍ້ມູນທີ່ກ່ຽວຂ້ອງຂອງການປ້ອງກັນຊາດ. ຕາມຂໍ້ມູນຈາກກະຊວງຍຸຕິທຳອາເມລິກາ ແລ້ວ, FBI ໄດ້ເກັບເອົາໄວ້ເອກະສານປິດລັບ 11 ຊຸດ, ບາງເອກະສານໃນຈຳນວນນັ້ນໄດ້ຈ້ຳກາແບບປິດລັບ. ກະຊວງຍຸຕິທຳອາເມລິກາ ສະແດງຄວາມວິຕົກວັງວົນວ່າ ທ່ານ Donald Trump ອາດຈະລະເມີດບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການແກ້ໄຂເອກະສານຂອງລັດຖະບານລວມມີຂໍ້ກຳນົດອາດຈະພາໃຫ້ຖືກໂທດແລ້ວຊອກຫາວິທີຊຸກເຊື່ອງ ຫຼື ທຳລາຍເອກະສານລັດຖະບານ ບໍ່ວ່າໄດ້ຈ້ຳກາປິດລັບ ຫຼືບໍ່?

ແຫຼ່ງຄັດຈາກ vovworld.vn