leftcenterrightdel
ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 11 ສິງຫາ, ອົງການພະລັງງານສາກົນ (IEA), ໃຫ້ຮູ້ວ່າ ເລື່ອງອຸນຫະພູມເພີ່ມຂຶ້ນສູງໃນລະດູແລ້ງ ແລະ ລາຄາອາຍແກັດເພີ່ມຂຶ້ນຢ່າງແຮງ ໄດ້ຊຸກຍູ້ການນຳໃຊ້ນ້ຳມັນແທນໃຫ້ອາຍແກັດເພື່ອກະຈາຍໄຟຟ້າ, ຜ່ານນັ້ນ ເຮັດໃຫ້ຄວາມຕ້ອງການນ້ຳມັນເພີ່ມຂຶ້ນ. IEA ໄດ້ພັນລະນາກ່ຽວກັບຄວາມຕ້ອງການນ້ຳມັນເພີ່ມຂຶ້ນໃນປະຈຸບັນວ່າແມ່ນ “ຜິດປົກກະຕິ” ໃນຕະຫຼາດພະລັງງານທີ່ມີຄວາມວິຕົກກັງວົນຂາດແຫຼ່ງສະໜອງຍ້ອນບັນດາຄຳສັ່ງລົງໂທດແນໃສ່ນ້ຳມັນຂອງລັດເຊຍ ແລະລະດັບໄພເງິນເຟີ້ເພີ່ມຂຶ້ນສູງທີ່ສຸດໃນຫຼາຍທົດສະວັດຜ່ານມາໄດ້ເລີ່ມສົ່ງຜົນສະທ້ອນເຖິງການນຳໃຊ້ເຊື້ອເພີງ.

IEA ໃຫ້ຮູ້ວ່າ, ເລື່ອງຫຼຸດຜ່ອນການນຳໃຊ້ເຊື້ອເພີງເຂົ້າໃນການຄົມມະນາຄົມທາງບົກຢູ່ບັນດາປະເທດພັດທະນາ ແລະການເຕີບໂຕຫຼຸດລົງໃນທ້າຍປີນີ້ແມ່ນ “ຕິດພັນຄວາມຮູ້ສຶກທີ່ຫຍໍ້ທໍ້ຕໍ່ຄວາມສ່ຽງຊຸດໂຊມໃນໄຕມາດທີ 2 ປີ 2022”.

ແຫຼ່ງຄັດຈາກ: vovworld.vn