ຄະນະກຳມະການອາຊຽນ ປະຈຳ ກູບາ ສະແດງຄວາມເສົ້າສະຫຼົດໃຈຕໍ່ຄອບຄົວຜູ້ປະສົບເຄາະຮ້າຍ ໃນເຫດໄຟໄໝ້ສາງນ້ຳມັນ
ວັນທີ 10 ສິງຫາ, ຄະນະກຳມະການອາຊຽນ ປະຈຳ Habana, ກູບາ (ACHC) ໄດ້ສົ່ງຄຳສະແດງຄວາມເສົ້າສະຫຼົດໃຈຕໍ່ລັດຖະບານ ແລະປະຊາຊົນປະເທດເກາະ Caribe ຕໍ່ຄວາມເສຍຫາຍທາງດ້ານຊີວິດອິນຊີ ແລະຊັບສິນໃນເຫດໄຟໄໝ້ສາງນ້ຳມັນຢູ່ແຄມອ່າວ Matnanzas.
ໃນສານໄດ້ສົ່ງໄປຍັງສຳນັກຂ່າວສານ Prensa Latina, ທ່ານນາງເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ກູບາ Nana Yuliana ປະທານ ACHC ໄດ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ຕໍ່ຍາດຕິພີ່ນ້ອງຂອງຜູ້ຫາຍສາບສູນໃນເຫດລະເບີດ. ACHC ຫວັງວ່າ ກູບາ ຈະຟື້ນຟູໂດຍໄວພາຍຫຼັງເຫດການດັ່ງກ່າວ.
ເຫດວິນາດສະກຳດ້ານອຸດສາຫະກຳໃຫຍ່ທີ່ສຸດ ໃນປະຫວັດສາດຂອງກູບາ ມາຮອດປັດຈຸບັນ ໄດ້ເຮັດໃຫ້ 1 ຄົນ ເສຍຊີວິດ, 14 ຄົນ ຫາຍສາບສູນ ແລະ 128 ຄົນໄດ້ຮັບບາດເຈັບ, ໃນນັ້ນມີ 7 ຄົນ ຢູ່ໃນອາການໂຄມາ.
ແຫຼ່ງຄັດຈາກ: vovworld.vn