ວັນທີ 9 ສິງຫາ, ເຮືອບິນ 3 ລຳຂອງກຳລັງທະຫານອາກາດປະຕິວັດ ກູບາ ໄດ້ຂົນນ້ຳຈາກອ່າວ Matanzas ປະມານ 2.500 ລິດ, ເພື່ອມານະພະຍາຍາມເຮັດໃຫ້ເຂດນີ້ເຢັນລົງ. ທີ່ສະຖານທີ່ເກີດເຫດ, ມີອ່າງເກັບນ້ຳມັນ  3  ແຫ່ງຖືກພັງລົ້ງ ພາຍຫຼັງຖືກໄຟໄໝ້ເປັນເວລາຫຼາຍຊົ່ວໂມງ. ມີເຮືອບິນບັນຊາທາງໄກຫຼາຍລຳກໍ່ເຂົ້າຮ່ວມການເຄື່ອນໄຫວດັບເພີງ. ມາຮອດປະຈຸບັນ, ວົງການເຈົ້າໜ້າທີ່ສາທາລະນະສຸກກູບາ ຍັງບໍ່ທັນຢັ້ງຢືນລາຍງານກ່ຽວກັບຜົນກະທົບຕໍ່ສຸຂະພາບຂອງປະຊາຊົນຈາກຄວັນໄຟໄໝ້.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 5 ສິງຫາ (ຕາມເວລາທ້ອງຖິ່ນ), ອ່າງເກັບນ້ຳມັນດິບມີບໍລິມາດ 50.000 m3  ໃນເຂດອຸດສາຫະກຳຢູ່ໃກ້ກັບນະຄອນ Matanzas ຂອງ ກູບາ ກໍ່ຖືກໄຟໄໝ້ຍ້ອນ ຟ້າຜ່າ. ມາຮອດປະຈຸບັນ, ເຫດໄຟໄໝ້ໄດ້ເຮັດໃຫ້ຕຳຫຼວດດັບເພີງ 1 ຄົນເສຍຊີວິດ, 14 ຄົນຖືກຫາຍສາບສູນ ແລະ ກວ່າ 100 ຄົນຖືກຮັບບາດເຈັບຍ້ອນຖືກໄຟດາດ ແລະດົມຄວັນພິດ.

ແຫຼ່ງຄັດຈາກ: vovworld.vn