leftcenterrightdel
ປະຕູໄຊ - ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງລາວ. ພາບ: vov.vn

ຕາມກົມພັດທະນາການທ່ອງທ່ຽວລາວ ແລ້ວ, 6 ເດືອນຕົ້ນປີ 2022, ຈຳນວນນັກທ່ອງທ່ຽວສາກົນເຂົ້າມາປະເທດນີ້ດ້ວຍວິຊາທ່ອງທ່ຽວບັນລຸກວ່າ 42.000 ເທື່ອຄົນ, ໃນນັ້ນສ່ວນຫຼາຍແມ່ນໃນເດືອນພຶດສະພາ ແລະເດືອນມິຖຸນາ, ເມື່ອລັດຖະບານລາວ ຍົກເລີກທຸກລະບຽບການຈຳກັດການເຂົ້າເມືອງ ເຊິ່ງໄດ້ວາງອອກເພື່ອສະກັດກັ້ນການແຜ່ລະບາດຂອງໂຄວິດ-19.

ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະການທ່ອງທ່ຽວລາວ ໃຫ້ຮູ້ວ່າ ນັກທ່ອງທ່ຽວຈາກບັນດາປະເທດອາຊຽນ ມາຢ້ຽມຢາມລາວ ນັບມື້ນັບຫຼາຍຂຶ້ນ, ໃນນັ້ນ ສະເພາະເດືອນພຶດສະພາ ຫາເດືອນມິຖຸນາ 2022 ມີນັກທ່ອງທ່ຽວມາລາວ ກວ່າ 33.000 ເທື່ອຄົນ, ໃນນັ້ນ ມີກວ່າ 14.000 ເທື່ອຄົນແມ່ນມາຈາກຫວຽດນາມ.

“ກ່ອນທີ່ພະຍາດໂຄວິດ-19 ແຜ່ລະບາດ, ການຮ່ວມມືດ້ານທ່ອງທ່ຽວລະຫວ່າງລາວ ແລະຫວຽດນາມ ພັດທະນາເປັນຢ່າງດີທີ່ສຸດ. ປີ 2019, ລາວ ຕ້ອນຮັບແຂກທ່ອງທ່ຽວຫວຽດນາມ ກວ່າ 1 ລ້ານເທື່ອຄົນ, ເຊິ່ງຢືນອັນດັບທີ 3 ໃນຈຳນວນບັນດາປະເທດທີ່ມີແຂກທ່ອງທ່ຽວມາທ່ຽວປະເທດລາວຫຼາຍທີ່ສຸດ”.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ