ວັນທີ 8 ສິງຫາ, ໃນສານເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ (8-8-1967 / 8-8-2022), ທ່ານນາຍົກລັດຖະມົນຕີກໍາປູເຈຍ ຮຸນແຊນ ໃຫ້ຮູ້ວ່າ ດ້ວຍບົດບາດເປັນປະທານອາຊຽນ 2022, ກຳປູເຈຍ ໃຫ້ຄຳໝັ້ນສັນຍາຮັກສາ ແລະຊຸກຍູ້ຄວາມສາມັກຄີ, ເປັນເອກະພາບ ແລະບົດບາດໃຈກາງຂອງກຸ່ມ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍລວມໃນພາກພື້ນ,  ກໍ່ຄືເພີ່ມທະວີປະກອບສ່ວນ ເພື່ອການພັດທະນາແບບຍືນຍົງ, ຄວາມໝັ້ນຄົງ, ສະຖຽນລະພາບ, ສັນຕິພາບຂອງພາກພື້ນ ແລະທົ່ວໂລກ.

leftcenterrightdel
ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ຖ່າຍຮູບກັບທ່ານເລຂາທິການໃຫຍ່ອາຊຽນ ແລະບັນດາລັດຖະມົນຕີການຕ່າງປະເທດອາຊຽນ. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມທ່ານນາຍົກລັດຖະມົນຕີ ຮຸນແຊນ, ໃນເວລາກວ່າສອງປີຖືກການແຜ່ລະບາດຂອງພະຍາດໂຄວິດ-19, ອາຊຽນ ໄດ້ຜ່ານຜ່າວິກິດການທົ່ວໂລກນີ້ ກໍ່ຄືບັນດາຜົນກະທົບທີ່ຫຍໍ້ທໍ້ຕໍ່ກັບຂະແໜງການແພດ, ສັງຄົມ, ເສດຖະກິດ ແລະການຫາເງິນລ້ຽງຊີບຂອງປະຊາຊົນ. ດ້ວຍຖານະແມ່ນປະທານໝູນວຽນຂອງອາຊຽນ ໃນປີ 2022, ກໍາປູເຈຍ ເຊື່ອໝັ້ນວ່າ ອາຊຽນອາດຈະເສີມຂະຫຍາຍກໍາລັງແຮງ, ຄວາມສາມັກຄີ ແລະນ້ຳໃຈມິດຕະພາບເພື່ອຜ່ານຜ່າທຸກສິ່ງທ້າທາຍ ເພື່ອຜົນປະໂຫຍດລວມຂອງປະຊາຊົນທຸກຄົນ ແລະທົ່ວພາກພື້ນ, ເໝາະສົມກັບຈິດໃຈຫຼັກຂອງ ອາຊຽນ ແມ່ນຮ່ວມກັນຊຸກຍູ້ “ວິໄສທັດໜຶ່ງ, ສີສັນໜຶ່ງ, ປະຊາຄົມໜຶ່ງ”.

ໂດຍ: ສົມເພັດ