ທະນາຄານສູນກາງອັງກິດ ເພີ່ມອັດຕາດອກເບ້ຍຂຶ້ນສູງທີ່ສຸດນັບແຕ່ປີ 1995 ມານີ້
ວັນທີ 4 ສິງຫາ, ທະນາຄານສູນກາງອັງກິດ (BOE) ໄດ້ຕັດສິນໃຈເພີ່ມອັດຕາດອກເບ້ຍຂຶ້ນເປັນ 1,75% ເພື່ອແນໃສ່ແກ້ໄຂສະພາບຄ່າຄອງຊີບເພີ່ມຂຶ້ນສູງ, ໂດຍບໍ່ຫົວຊາຕໍ່ສະພາບການທີ່ວ່າ ພື້ນຖານເສດຖະກິດພວມມີທ່າອ່ຽງຖືກຊຸດໂຊມ.