ສປຊ ຕີລາຄາສູງຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດຂອງຫວຽດນາມ
ວັນທີ 3 ສິງຫາ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ (ປະເທດອາເມລິກາ), ທ່ານ ຮ່າກິມຫງອັກ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ພົບປະ ແລະເຮັດວຽກກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສຳຫຼວດກວດກາ ຄັ້ງທີ 10 ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຢູ່ນິວຢອກ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ທ່ານມີຄວາມປະທັບໃຈຕໍ່ບັນດາຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ພິເສດແມ່ນວິວັດການຟື້ນຟູພາຍຫຼັງພະຍາດໂຄວິດ-19. ທ່ານເລຂາທິການໃຫຍ່ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ວຽກງານລວມຂອງ ສປຊ, ເປັນຕົ້ນແມ່ນຄຳໝັ້ນສັນຍາຢ່າງແຮງໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດນີ້.
    |
 |
ທ່ານ ຮ່າກິມຫງອັກ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມຂອງ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ |
ແລກປ່ຽນກ່ຽວກັບບັນຫາໃນພາກພື້ນ ແລະສາກົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງລັດທິຫຼາຍຝ່າຍ, ຍົກສູງການປະຕິບັດກົດໝາຍສາກົນ, ເພີ່ມທະວີການຮ່ວມມືລະຫວ່າງອາຊຽນກັບ ສປຊ ແລະເສີມຂະຫຍາຍບົດບາດຂອງອາຊຽນໃນໂຄງປະກອບຄວາມໝັ້ນຄົງໃນພາກພື້ນ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ