leftcenterrightdel
ທ່າກໍາປັ່ນ Kolkata, ອິນເດຍ. ພາບ: AFP

ການເຈລະຈາຮອບຕ່າງໆທີ່ດຳເນີນໃນໜຶ່ງອາທິດຜ່ານມາ ແມ່ນໄດ້ຈັດຂຶ້ນຕາມຮູບແບບໂຮມປະຊຸມ ເຊິ່ງໜ້າສົມທົບກັບແບບທາງໄກ. ໃນການເຈລະຈາຮອບນີ້, ສອງຝ່າຍໄດ້ຈັດກອງປະຊຸມວິຊາການທັງໝົດ 52 ວາລະ ກ່ຽວກັບ 18 ຂົງເຂດນະໂຍບາຍທີ່ກ່ຽວຂ້ອງເຖິງສັນຍາການຄ້າເສລີ (FTA) ແລະ 7 ວາລະປະຊຸມ ກ່ຽວກັບການອາລັກຂາການລົງທຶນ ແລະຄຳແນະນຳທາງດ້ານພູມສາດ. 

ວົງເງິນການຄ້າສອງຝ່າຍລະຫວ່າງອິນເດຍ ແລະອີຢູ ບັນລຸ 116,36 ຕື້ໂດລາສະຫະລັດ ໃນໄລຍະ 2021 – 2022. ອີຢູ ແມ່ນຄູ່ຮ່ວມມືສຳຄັນອັນດັບທີສອງຂອງອິນເດຍ, ເຊິ່ງຖັດມາຈາກອາເມລິກາ ແລະແມ່ນຕະຫຼາດທີສອງ ຂອງບັນດາຜະລິດຕະພັນສົ່ງອອກຂອງອິນເດຍ. ຄາດວ່າ, ການເຈລະຈາຮອບທີ 2 ຈະຈັດຂຶ້ນໃນເດືອນກັນຍາ 2022 ຢູ່ບຣຸກແຊນ, ປະເທດແບນຊິກ.

ແຫຼ່ງຄັດຈາກ: vovworld.vn