leftcenterrightdel
ທ່ານປະທານາທິບໍດີຟີລິບປິນ ຄົນໃໝ່ Ferdinand Marcos Jr. ພາບ: AFP

ກ່າວຄຳເຫັນຖະແຫຼງຂ່າວທາງອອນລາຍ ພາຍຫຼັງການເຈລະຈາກັບທ່ານປະທານາທິບໍດີ Macrcos ຢູ່ນະຄອນຫຼວງມານີລາ (ຟີລິບປິນ), ທ່ານລັດຖະມົນຕີການຕ່າງປະເທດ Yoshimasa Hayashi ເນັ້ນໜັກວ່າ ສອງປະເທດກໍ່ຈະເພີ່ມທະວີການພົວພັນສອງຝ່າຍ ແລະມຸ່ງໄປເຖິງເປົ້າໝາຍຟື້ນຟູການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ຕັ້ງໜ້າມຸ່ງໄປເຖິງການຟື້ນຟູພື້ນຖານເສດຖະກິດໃນໄລຍະຫຼັງໂລກລະບາດໂຄວິດ-19. ທ່ານລັດຖະມົນຕີການຕ່າງປະເທດ Yoshimasa Hayashi ຊີ້ແຈ້ງວ່າ: “ສິ່ງຈຳເປັນແມ່ນຕ້ອງເພີ່ມທະວີການພົວພັນກັບຟີລິບປິນ, ຄູ່ຮ່ວມມືຍຸດທະສາດສຳຄັນຂອງພວກຂ້າພະເຈົ້າຢູ່ພາກພື້ນ, ໃນບັນດາຂົງເຂດຄວາມໝັ້ນຄົງແຫ່ງຊາດ ແລະຄວາມປອດໄພໃນການເດີນເຮືອຢູ່ທະເລ ເພື່ອໄປເຖິງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະເປີດກວ້າງ”.

ແຫຼ່ງຄັດຈາກ: vovworld.vn