leftcenterrightdel
ສະຫະປະຊາຊາດ ກ່າວເຕືອນກ່ຽວກັບໄພພິບັດຂາດສະບຽງອາຫານໃນທົ່ວໂລກ. ພາບ: REUTERS

“ມີຄວາມສ່ຽງໃນຕົວຈິງແມ່ນໄພອຶດຫິວເກີດຂຶ້ນຢູ່ຫຼາຍບ່ອນໃນປີ 2022, ປີ 2023 ອາດຈະຮ້າຍແຮງໄປກວ່າອີກ”, ທ່ານ Antonio Guterres ປະກາດ ແລະເນັ້ນໜັກວ່າ ລະດູການເກັບກ່ຽວຢູ່ທະວີບອາຊີ, ອາຟະລິກາ, ອາເມລິກາ ກໍ່ຖືກຜົນສະທ້ອນ ເມື່ອຊາວກະສິກອນໃນທ່ົວໂລກ  ຕ້ອງປະເຊີນໜ້າກັບລາຄາຝຸ່ນ ແລະລາຄາພະລັງງານເພີ່ມຂຶ້ນສູງ.

ຜູ້ນໍາສະຫະປະຊາຊາດ  ໃຫ້ຮູ້ວ່າ ບັນດານັກເຈລະຈາຂອງ ສປຊ ພວມພະຍາຍາມ ເພື່ອບັນລຸຂໍ້ຕົກລົງອະນຸຍາດໃຫ້ຢູແກຼນ ສົ່ງອອກສະບຽງອາຫານ ແລະອະນຸຍາດໃຫ້ລັດເຊຍ ນໍາສົ່ງທັນຍາຫານ, ຝຸ່ນໄປຍັງບັນດາຕະຫຼາດໃນໂລກ ເຊິ່ງບໍ່ຖືກຈໍາກັດ; ພ້ອມທັງຮຽກຮ້ອງຍົກເລີກໜິ້ສິນ ໃຫ້ແກ່ບັນດາປະເທດທຸກຍາກ ເພື່ອແນໃສ່ຮັກສາພື້ນຖານເສດຖະກິດຂອງບັນດາປະເທດດັ່ງກ່າວ, ຊ່ວຍເຮັດໃຫ້ຕະຫຼາດສະບຽງອາຫານທ່ົວໂລກເປັນປົກກະຕິ.

ໂດຍ: ທູຈາງ