leftcenterrightdel
ທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະການຕ່າງປະເທດຂອງສະຫະພາບ ເອີລົບ. ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ.

ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະການຕ່າງປະເທດຂອງສະຫະພາບ ເອີລົບ (ອີຢູ), ທ່ານ Josep Borrell, ໄດ້ໄປຮອດນະຄອນຫຼວງ ເຕເຮຣານ ໃນວັນທີ 24 ມິຖຸນາ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ເຊິ່ງໄດ້ລົງນາມເມື່ອປີ 2015.

ໂຄສົກກະຊວງການຕ່າງປະເທດ ອີຣານ, ທ່ານ Saeed Khatibzadeh, ຢັ້ງຢືນວ່າ ທ່ານ Josep Borrell ໄດ້ໄປຮອດນະຄອນຫຼວງ ເຕເຮຣານ ໃນຕອນຄ່ຳວັນທີ 24 ມິຖຸນາ. ຖະແຫຼງການຊີ້ແຈ້ງວ່າ, ການຢ້ຽມຢາມແມ່ນສ່ວນໜຶ່ງໃນບັນດາການປຶກສາຫາລືລະຫວ່າງ ອີຣານ ແລະ ອີຢູ, ໂດຍສຸມໃສ່ການພົວພັນ 2 ຝ່າຍ ແລະບັນຫາຢູ່ພາກພື້ນ ແລະສາກົນ, ກໍ່ຄືການຜັນແປຫຼ້າສຸດກ່ຽວກັບການເຈລະຈາຄັ້ງຕ່າງໆ ເພື່ອຍົກເລີກຄຳສັ່ງລົງໂທດຕໍ່ ອີຣານ.

ແຫຼ່ງຄັດຈາກ: vovworld.vn