ວັນທີ 23 ມິຖຸນາ, ທ່ານ Hossein Amir – Abdollahian, ລັດຖະມົນຕີການຕ່າງປະເທດອີຣານ ໃຫ້ຮູ້ວ່າ ປະເທດນີ້ຍັງຄົງເຂັ້ມງວດກັບການຟື້ນຟູຂໍ້ຕົກລົງນິວເຄຼຍກັບບັນດາປະເທດມະຫາອຳນາດໃນໂລກເພື່ອແນໃສ່ຢຸດຕິບັນດາຄຳສັ່ງລົງໂທດດ້ານເສດຖະກິດ ແລະ ອາເມລິກາ ກັບຄືນສູ່ການເປັນຝ່າຍໜຶ່ງທີ່ລົງນາມໃນຂໍ້ຕົກລົງນີ້. ຄຳເຫັນດັ່ງກ່າວຖືກຍົກອອກມາໃນສະພາບການເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍພວມຖືກໂຈະໄວ້. ເມື່ອຕອບຄຳຖາມໃນການປະຊຸມຂ່າວຮ່ວມກັບຄູ່ຕຳແໜ່ງລັດເຊຍ ທ່ານ Sergei Lavrov ພວມມີການຢ້ຽມຢາມນະຄອນຫຼວງເຕເຮຣານ ໃນວັນທີ 23 ມິຖຸນາ, ທ່ານ Amir – Abdollahian ເນັ້ນໜັກວ່າ, ອີຣານ “ເຂັ້ມງວດກັບການບັນລຸໄດ້ຂໍ້ຕົກລົງອັນດີງາມ, ແຂງແຮງ ແລະໝັ້ນຄົງ”, ພ້ອມທັງໄດ້ຮຽກຮ້ອງໃຫ້ຝ່າຍອາເມລິກາ ມີທັດສະນະຄ້າຍຄືກັນ.

leftcenterrightdel
ທ່ານ Hossein Amir – Abdollahian ລັດຖະມົນຕີການຕ່າງປະເທດອີຣານ. ພາບ: AFP/ສໍານັກຂ່າວສານຫວຽດນາມ

ສ່ວນທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ກໍ່ໃຫ້ຮູ້ວ່າ ບັນດາປະເທດສະມາຊິກອື່ນໃນແຜນການກະທຳລວມຮອບດ້ານ (JCPOA - ເຊິ່ງເປັນຊື່ເອີ້ນທາງການຂອງຂໍ້ຕົກລົງນິວເຄຼຍອີຣານ) ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອກອບກູ້ຂໍ້ຕົກລົງສະບັບນີ້.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ