ຫວ່າງແລ້ວນີ້, ກະຊວງ​ສາ​ທາ​ລະນະ​ສຸກຂອງ​ສິກະ​ໂປ ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະຍາດໝາກສຸກ​ລີງ ຄົນ​ທຳ​ອິດ​ຂອງ​ປະ​ເທດ ​ແລະຄົນ​ທຳ​ອິດ​ໃນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ​ເປັນ​ເພດ​ຊາຍ​ທີ່​ເດີນທາງ​ມາ​ຈາກ ອັງກິດ ​ເປັນ​ພະນັກງານ​ຕ້ອນຮັບ​ຂອງ​ສາຍ​ການບິນ​ແຫ່ງ​ໜຶ່ງ​ເດີນ​ທາງ​ ມາ​ຮອດສິງກະ​ໂປ ​ເມື່ອ​ໄລຍະ​ກາງ​ເດືອນ ​ມິຖຸນານີ້ ​ແລະມີ​ຜູ້​ໃກ້ຊິດ ​ຢ່າງ​ໜ້ອຍ 13 ຄົນ. ປັດຈຸບັນ ພວມ​ປິ່ນປົວທີ່​ສູນ​ຄວບ​ຄຸມພະ​ຍາດ​ແຫ່ງ​ຊາດ​ຂອງ​ສິງກະ​ໂປ ​ແລະທຸກ​ຄົນ​ຕ້ອງ​ຖືກ​ກັກ​ຕົວ ​ເພື່ອ​ສັງ​ເກດ​ການ ເປັນ​ເວລາ 21 ​ວັນ.

ແຫຼ່ງຄັດຈາກ: kpl.gov.la