leftcenterrightdel
ການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດຂອງອົງການ NATO ຢູ່ Berlin. ພາບ: ສໍານັກຂ່າວສານຫວຽດນາມ.

ໃນວັນທີ 15 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ ໄດ້ມີການພົບປະກັບບັນດາລັດຖະມົນຕີການຕ່າງປະເທດຂອງອົງການ NATO ຢູ່ Berlin, ເພື່ອສະຫຼຸບກ່ຽວກັບສະພາບການຕົວຈິງຢູ່ ຢູແກຼນ ແລະ ວິທີສຳພັນທະມິດການທະຫານ ອາດຈະເພີ່ມທະວີການໜູນຊ່ວຍປະເທດເອີຣົບ ຕາເວັນອອກ.

ກ່ອນໜ້ານັ້ນ, ວັນທີ 14 ພຶດສະພາ, ບັນດາລັດຖະມົນຕີການຕ່າງປະເທດ NATO ໄດ້ໂຮມປະຊຸມດ້ວຍຈຸດສຸມແມ່ນບັ້ນການທະຫານພິເສດຂອງລັດເຊຍ ຢູ່ ຢູແກຼນ ແລະ “ນິຍາມຍຸດທະສາດ” ໃໝ່ຂອງ NATO. ກອງປະຊຸມດັ່ງກ່າວກໍມີການເຂົ້າຮ່ວມຂອງ “ແຂກຮັບເຊີນພິເສດ” ນັ້ນແມ່ນຜູ້ຕາງໜ້າຂອງ ແຟງລັງ ແລະຊູແອັດ. ຕາມກະຊວງການຕ່າງປະເທດເຢຍລະມັນ ແລ້ວ, ບັນດາລັດຖະມົນຕີການຕ່າງປະເທດຂອງ NATO ໄດ້ປຶກສາຫາລືກ່ຽວກັບວິທີສືບຕໍ່ໜູນຊ່ວຍ ຢູແກຼນ ໃນການປະທະກັບ ລັດເຊຍ, ພ້ອມດຽວກັນນັ້ນ ກໍ່ແມ່ນຜົນສະທ້ອນຂອງ “ບັ້ນການທະຫານພິເສດ” ຂອງ ລັດເຊຍ ຕໍ່ກັບຄວາມໝັ້ນຄົງຂອງປະເທດສະມາຊິກ NATO.

ແຫຼ່ງຄັດຈາກ: vovworld.vn