leftcenterrightdel
ພິທີສະເຫຼີມສະຫຼອງວັນວິສາຂະບູຊາສາກົນ VESAK ຈັດຂຶ້ນແບບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຖືວ່າ ງານບຸນ Vesak ແມ່ນໂອກາດເພື່ອໃຫ້ທຸກຄົນຄິດຫງໍາກ່ຽວກັບແນວຄິດ ແລະຄໍາສັ່ງສອນພະພຸດທະເຈົ້າ; ພ້ອມທັງເນັ້ນໜັກວ່າ ໃນໂລກ ທີ່ກໍາລັງປະເຊີນໜ້າກັບສິ່ງທ້າທາຍ ແລະວິກິດການທີ່ບໍ່ເຄີຍມີມາກ່ອນຄືໃນປັດຈຸບັນ, ທິດສະດີປັດຊະຍາຂອງພະພຸດທະເຈົ້າ ກ່ຽວກັບສັນຕິພາບ, ເມດຕາ ກະລຸນາ, ປອງດອງ ຍິ່ງມີຄວາມໝາຍກວ່າເວລາໃດໝົດ ແລະໄດ້ກາຍເປັນ “ເຂັມທິດ” ຊ່ວຍມະນຸດ ສິ້ນສຸດຄວາມເຈັບປວດ ແລະນໍາເອົາສັນຕິພາບມາໃຫ້ມວນມະນຸດ.

ເພື່ອສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ສັນຕິພາບ ແລະພັດທະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ເນັ້ນໜັກວ່າ ຕ້ອງເພີ່ມທະວີການຮ່ວມມື, ສົມທົບຮ່ວມກັນກ່ຽວກັບນະໂຍບາຍ ແລະການກະທໍາ, ຊຸກຍູ້ບັນດາຄຸນຄ່າກ່ຽວກັບສັນຕິພາບ, ກວມລວມ ແລະຈິດໃຈ “ເມດຕາ, ກະລຸນາ, ມຸທິຕາ, ອຸເບກຂາ”, ປະກອບສ່ວນຫັນປະລິນິບພານ ໃຫ້ປະກົດຜົນເປັນຈິງ.

ໂດຍ: ໄຊຊະນະ