ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 420 ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍ ມີລາຍລະອຽດດັ່ງນີ້: ນະຄອນຫຼວງ 90 ຄົນ, ໄຊຍະບູລີ 50 ຄົນ, ຊຽງຂວາງ 44 ຄົນ, ບໍລິຄໍາໄຊ 31 ຄົນ, ສາລະວັນ 25 ຄົນ, ຄໍາມ່ວນ 22 ຄົນ, ຜົ້ງສາລີ 20 ຄົນ, ໄຊສົມບູນ 16 ຄົນຫົວພັນ 16 ຄົນ, ວຽງຈັນ 15 ຄົນ, ຫຼວງພະບາງ 14 ຄົນ, ສະຫັວນນະເຂດ 13 ຄົນ, ບໍ່ແກ້ວ 13 ຄົນ, ອຸດົມໄຊ 12 ຄົນ, ອັດຕະປື 12 ຄົນ, ຈໍາປາສັກ 11 ຄົນ, ເຊກອງ 9 ຄົນ, ຫຼວງນໍ້າທາ 7 ຄົນ. 

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 129.956 ກໍລະນີ, ອອກໂຮງໝໍວານນີ້ 381 ຄົນ, ກຳລັງປິ່ນປົວ 7.911 ຄົນ ແລະ ເສຍຊີວິດສະສົມທັງໝົດ 526 ຄົນ (ເສຍຊີວິດໃໝ່ 2 ຄົນ).

ແຫຼ່ງຄັດຈາກ: laoedaily.com.la