leftcenterrightdel
ທ່ານ Lu Olo, ປະທານາທິບໍດີ Timor Leste ຄົນປະຈຸບັນ. ພາບ: ທຳນຽບປະທານາທິບໍດີ Timor Leste

ຫວ່າງແລ້ວນີ້, ທ່ານ Lu Olo, ປະທານາທິບໍດີ Timor Leste ຄົນປະຈຸບັນໄດ້ປະກາດວ່າ ຈະອອກສະໝັກເລືອກຕັ້ງເປັນປະທານາທິບໍດີ Timor Leste ອາຍຸການ 2022-2027. ທ່ານປະທານາທິບໍດີ Lu Olo ສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະມີການຊ່ວງເສັງ ແລະ ສືບຕໍ່ຮັກສາທີ່ນັ່ງປະທານາທິບໍດີ ທີ່ທ່ານໄດ້ຮັບຜິດຊອບໃນຕະຫຼອດ 5 ປີຜ່ານມາ. ທ່ານຢັ້ງຢືນວ່າ ທ່ານມີຄວາມສາມາດຢ່າງພຽງພໍ ເພື່ອສືບຕໍ່ການຕໍ່ສູ້ຕ້ານຄວາມຂາດຍຸດຕິທຳ, ໄພສໍ້ລາດບັງຫຼວງ ແລະ ຜະເດັດການຂອງປະເທດຊາດ, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງ ປຊຊ ຕໍ່ສັງຄົມມີອະທິປະໄຕ.

ກ່ອນໜ້ານັ້ນ, ປະທານາທິບໍດີ Lu Olo ໄດ້ປະກາດໃຊ້ລັດຖະບັນຍັດ ກຳນົດວັນເລືອກຕັ້ງຮອບທີ 1 ຈະຈັດຂຶ້ນໃນວັນທີ 13 ມີນາ 2022. ຮອບທີ 2 ຈະຈັດຂຶ້ນພາຍຫຼັງຮອບທີ 1 ເປັນເວລາ 30 ວັນ ຕາມກົດໝາຍວ່າດ້ວຍການເລືອກຕັ້ງປະທານາທິບໍດີຂອງປະເທດນີ້. ປະຈຸບັນ, ມີຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ Timor Leste ອາຍຸການ 2022-2027  ລວມ 6 ທ່ານ.

ແຫຼ່ງຄັດຈາກ: vovworld.vn