ບໍລິສັດ​ສາຍ​ການບິນກາຣູດາ ຂອງ​ອິນ​ໂດ​ເນ​ເຊຍ ມີ 6 ຖ້ຽວ​ບິນພາຍ​ໃຕ້ໂຄງການ VTL ​ແຕ່​ລະອາ​ທິດຈະ​ບິນ ຈາ​ກາ​ຕາ-ສິງກະ​ໂປ ດ້ວຍ​ເຮືອບິນແອຣບັສ A330-300.  ສຳລັບຜູ້ໂດຍສານ ທີ່​ສັກ​ວັກ​ຊິນປ້ອງ​ກັນ​ ໂຄ​ວິດ-19 ຄົບ​ໂດ​ສ ຈຶ່ງສາມາດ​ເດີນທາງ​ໄປສິງກະ​ໂປ​ ໂດຍ​ບໍ່​ຕ້ອງ​ກັກ​ໂຕ.

leftcenterrightdel
ພາບປະກອບຈາກ ຂປລ.

​ທ່ານ ເອີຟານ ຊາປູຕາ ຜູ້ອຳນວຍການສາຍ​ການບິນກາຣູດາ​ ໃຫ້​ຮູ້​ວ່າ: ຂໍ້​ລີ່​ເລີ່​ມ VTL ​ເປັນ​ສັນຍານ​ທີ່​ດີບໍ່ພຽງແຕ່ການຟື້ນຟູສາຍການບິນຂອງອິນໂດເນເຊຍ ແລະສິງກະໂປ ຫາກ​ຍັງຟື້ນ​ຟູ​ ສາຍ​ການບິນທົ່ວ​ໂລກອີກດ້ວຍ. ນອກນີ້ທ່ານ ເອີຟານ ຊາປູຕາ ​ຍັງກ່າວ​ວ່າ ​ປະ​ເທດຕ່າງໆໄດ້ເປີດ​ຕ້ອນຮັບນັກ​ທ່ອງ​ທ່ຽວສາກົນ​ພາຍ​ໃຕ້ໂຄງການ VTL ແມ່ນ​ທ່າ​ແຮງໃນການຊຸກຍູ້ສັກ​ວັກ​ຊິນປ້ອງກັນພະຍາດຢູ່ປະເທດດັ່ງກ່າວ.

ເນື້ອໃນ: ຂປລ