ໃນກອງປະຊຸມຂ່າວທຳອິດໃນຖານະເປັນລັດຖະມົນຕີການຕ່າງປະເທດ, ທ່ານ Hayashi Yoshimasa ເນັ້ນໜັກວ່າ: “ຂ້າພະເຈົ້າ ເຊື່ອໝັ້ນວ່າ ພວກເຮົາຄວນພັດທະນາການພົວພັນລະຫວ່າງລັດເຊຍ-ຍີ່ປຸ່ນ ໃນຫຼາຍຂົງເຂດໃຫ້ຮອບດ້ານ, ລວມມີການເມືອງ, ລະອຽດແມ່ນການເຊັນສົນທິສັນຍາສັນຕິພາບ, ເສດຖະກິດ, ວັດທະນະທຳ, ເພື່ອຜົນປະໂຫຍດແຫ່ງຊາດຂອງສອງປະເທດ”.

leftcenterrightdel
ທ່ານ Hayashi Yoshimasa ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ຄົນໃໝ່. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ Hayashi Yoshimasa ໃຫ້ຮູ້ວ່າ ໂຕກຽວ ໃຫ້ຄຳໝັ້ນສັນຍາສຸມໃສ່ການບັນລຸໄດ້ສົນທິສັນຍາສັນຕິພາບກັບມົດສະກູ, ພາຍຫຼັງທີ່ບັນດາບັນຫາຍາດຊິງເຂດນ້ຳແດນດິນຢູ່ໝູ່ເກາະຝ່າຍລັດເຊຍ ເອີ້ນວ່າ Kuril ໃຕ້, ສ່ວນຝ່າຍຍີ່ປຸ່ນ ເອີ້ນວ່າເຂດນ້ຳແດນດິນທາງທິດເໜືອ ໄດ້ຮັບການແກ້ໄຂ. ວິວັດການເຈລະຈາກັບມົດສະກູ ຈະສືບຕໍ່ດຳເນີນ “ບົນພື້ນຖານຂໍ້ຕົກລົງທີ່ມີຢູ່ແລ້ວ”, ລວມມີຂໍ້ຕົກລົງທີ່ບັນລຸໄດ້ໃນປີ 2018 ລະຫວ່າງປະທານາທິບໍດີ Vladimir Putin ແລະອະດີດນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo.

ໂດຍ: ແສງເດືອນ