leftcenterrightdel
ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່  392 ຄົນ. ພາບ: Laos News Station

ໃນຈໍານວນຜູ້ຕິດເຊື້ອເລີ່ມໃໝ່ນັ້ນແມ່ນຢູ່ນະຄອນຫຼວງວຽງຈັນ 158 ຄົນ (ຕິດໃນຊຸມຊົນ), ແຂວງບໍ່ແກ້ວ 1 ຄົນ (ຕິດໃນຊຸມຊົນ), ແຂວງຫຼວງນໍ້າທາ 8 ຄົນ (ຕິດໃນຊຸມຊົນ), ແຂວງອຸດົມໄຊ 1 ຄົນ (ນໍາເຂົ້າ), ແຂວງຫຼວງພະບາງ 44 ຄົນ (ຕິດໃນຊຸມຊົນ), ແຂວງວຽງຈັນ 99 ຄົນ (ຕິດໃນຊຸມຊົນ), ແຂວງໄຊສົມບູນ 3 ຄົນ (ຕິດໃນຊຸມຊົນ), ແຂວງບໍລິຄໍາໄຊ 12 ຄົນ (ຕິດໃນຊຸມຊົນ), ແຂວງຄໍາມ່ວນ 28 ຄົນ (ຕິດໃນຊຸມຊົນ), ແຂວງສະຫວັນນະເຂດ 27 ຄົນ ( 2 ຄົນນໍາເຂົ້າ ແລະ 25 ຄົນຕິດໃນຊຸມຊົນ), ແຂວງສາລະວັນ 4  ຄົນ (ຕິດໃນຊຸມຊົນ), ແຂວງຈໍາປາສັກ 7 ຄົນ (ຕິດໃນຊຸມຊົນ).

ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈໍານວນ 33.998 ຄົນ, ເສຍຊີວິດສະສົມ 49 ຄົນ.

ສືບຕໍ່ອັບເດດ

ໂດຍ: ທະນາພອນ