leftcenterrightdel
ພາບປະກອບ: wobo-un.org

ທີ່ກອງປະຊຸມສຸດຍອດການລົງທຶນທົ່ວໂລກຢູ່ ລອນດອນ, ໃນວັນທີ 19 ຕຸລາ, ບັນດານັກລົງທຶນຢູ່ພາຍໃນປະເທດ ແລະ ຕ່າງປະເທດໄດ້ໃຫ້ຄຳໝັ້ນສັນຍາລົງທຶນ 9,7 ຕື້ປອນເຂົ້າພື້ນຖານໂຄງລ່າງ, ເຕັກໂນໂລຊີ ແລະ ພະລັງງານຢູ່ ອັງກິດ ໃນຄວາມມານະພະຍາຍາມທົ່ວໂລກແນໃສ່ຊຸກຍູ້ “ການເຕີບໂຕສີຂຽວ” ຂອງພື້ນຖານເສດຖະກິດນີ້.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ເນັ້ນໜັກວ່າ, ບັນດານັກລົງທຶນແຖວໜ້າໃນໂລກເຫັນໄດ້ຄວາມສາມາດບົ່ມຊ້ອນຂອງການເຕີບໂຕ ແລະ ປ່ຽນແປງໃໝ່ຂອງຂະແໜງອຸດສາຫະກຳໃນອະນາຄົດຢູ່ອັງກິດ. ທ່ານຢືນຢັນວ່າ, ບ້ວງເງິນລົງທຶນໃໝ່ທີ່ມີມູນຄ່າ 9,7 ຕື້ປອນ ຈະຊຸກຍູ້ອັງກິດ ຟື້ນຟູເສດຖະກິດ, ສ້າງວຽກເຮັດງານທຳນັບໝື່ນວຽກ ແລະ ຊ່ວຍຍົກລະດັບບັນດາເຂດໃນທົ່ວປະເທດອັງກິດ.

ໃນວັນດຽວກັນ, ລັດຖະບານອັງກິດ ໄດ້ປະກາດ “ຍຸດທະສາດການປ່ອຍອາຍພິດເຮືອນແກ້ວຈາວກັນ” ເພື່ອແນໃສ່ຫັນໄປສູ່ພື້ນຖານເສດຖະກິດປອດກາກບອນ.

ແຫຼ່ງຄັດຈາກ: vovworld.vn