leftcenterrightdel
ຕອນເຊົ້າວັນທີ 19 ຕຸລາ, ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 657 ຄົນ. ພາບ: ສູນຂ່າວສານການແພດສຸຂະສຶກສາ.

ໃນຈໍານວນຜູ້ຕິດເຊື້ອເລີ່ມໃໝ່ນັ້ນແມ່ນຢູ່ນະຄອນຫຼວງວຽງຈັນ 239 ຄົນ (ຕິດໃນຊຸມຊົນ), ແຂວງບໍ່ແກ້ວ 1 ຄົນ (ຕິດໃນຊຸມຊົນ), ແຂວງຫຼວງພະບາງ 72 ຄົນ (ຕິດໃນຊຸມຊົນ), ແຂວງວຽງຈັນ 155 ຄົນ (ຕິດໃນຊຸມຊົນ), ແຂວງໄຊສົມບູນ 16 ຄົນ (ຕິດໃນຊຸມຊົນ), ແຂວງບໍລິຄໍາໄຊ 25 ຄົນ (ຕິດໃນຊຸມຊົນ), ແຂວງຄໍາມ່ວນ 126 ຄົນ (ຕິດໃນຊຸມຊົນ), ແຂວງສະຫວັນນະເຂດ 10 ຄົນ ( 1 ຄົນນໍາເຂົ້າ ແລະ 9 ຄົນຕິດໃນຊຸມຊົນ), ແຂວງສາລະວັນ 4 ຄົນ (ຕິດໃນຊຸມຊົນ), ແຂວງຈໍາປາສັກ 9 ຄົນ (ຕິດໃນຊຸມຊົນ).

ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈໍານວນ 32.971 ຄົນ, ເສຍຊີວິດສະສົມ 45 ຄົນ.

ສືບຕໍ່ອັບເດດ

ໂດຍ: ທະນາພອນ