leftcenterrightdel
ທ່ານ Geir Perdersen ທູດພິເສດ ສປຊ ຮັບຜິດຊອບບັນຫາ ຊີຣີ. (ພາບ: AP).

ວັນທີ 17 ຕຸລາ, ທ່ານ Geir Perdersen ທູດພິເສດ ສປຊ ຮັບຜິດຊອບບັນຫາຊີຣີ ຢັ້ງຢືນວ່າ ບັນດາປະທານຮ່ວມຄະນະກຳມະການລັດຖະທຳມະນູນ ຊີຣີ (ລວມມີລັດຖະບານ ຊີຣີ ແລະ ຝ່າຍຄ້ານ) ເຫັນດີເລີ່ມດຳເນີນການຮຽບຮຽງເນື້ອໃນປັບປຸງລັດຖະທຳມະນູນຢູ່ປະເທດ ຕາເວັນອອກກາງນີ້.

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ເຊີແນວ (ປະເທດສະວິດ) ພາຍຫຼັງການພົບປະກັບປະທານຮ່ວມຄະນະກຳມະການລັດຖະທຳມະນູນຊີຣີ, ທ່ານ Geir Perdersen ໃຫ້ຮູ້ວ່າ ເຈົ້າໜ້າທີ່ສອງທ່ານນີ້ ໄດ້ເຫັນດີກະກຽມ ແລະເລີ່ມດຳເນີນວິວັດການຮຽບຮຽງເນື້ອໃນປັບປຸງລັດຖະທຳມະນູນ. ນັບແຕ່ວັນທີ 18 ຕຸລາ, ຄະນະກຳມະການລັດຖະທຳມະນູນ ຊີຣີ (SCC) ຈະເລີ່ມດຳເນີນຮອບເຈລະຈາຄັ້ງທີ 6 ຢູ່ ເຊີແນວ. ຕາມແຜນການແລ້ວ, ການເຈລະຈາຄັ້ງນີ້ຈະແກ່ຍາວເປັນເວລາ 01 ອາທິດ.

ແຫຼ່ງຄັດຈາກ: vovworld.vn