leftcenterrightdel
ສັນທະປະປາ Francis  ໃນພິທີສວມມົນພາວະນາຢູ່ສຳນັກວາຕີກັງ. ພາບ:  AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 17 ຕຸລາ, ສັນທະປະປາ Francis ໄດ້ກ່າວປະນາມການບຸກໂຈມຕີຄັ້ງຕ່າງໆ ທີ່ເກີດຂຶ້ນໃນອາທິດຜ່ານມາຢູ່ນອກແວ, ອາບການິດສະຖານ ແລະ ອັງກິດ ໄດ້ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ. ໃນພິທີສວມມົນພາວະນາຢູ່ ສຳນັກວາຕີກັງ, ສັນທະປະປາ ໄດ້ສົ່ງຄຳແບ່ງເບົ່າຄວາມເສົ້າສະຫຼົດໃຈມາຍັງຍາດຕິພີ່ນ້ອງຢູ່ປະສົບເຄາະຮ້າຍ ແລະເລັ່ງໃຫ້ບັນດາພາກສ່ວນຫົວຮຸນແຮງຍົກເລີກການໃຊ້ຄວາມຮຸນແຮງແບບນີ້.

ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 41 ຄົນ ແລະຜູ້ຮັບບາດເຈັບ 70 ຄົນ ໃນເຫດບຸກໂຈມຕີສະຫຼະຊີບຢູ່ໂບດອິດສະລາມແຫ່ງໜຶ່ງຢູ່ ນະຄອນ Kandahar ຂອງ ອາບການິດສະຖານ ໃນວັນທີ 15 ຕຸລາ. ບັນດາມືປືນຂອງອົງການກໍ່ການຮ້າຍ IS ໄດ້ປະກາດເປັນຕົວການດຳເນີນການບຸກໂຈມຕີດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn