ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາເຢຍລະມັນ, ກ່າວຄໍາເຫັນໄຂພິທີ, ທ່ານ ປອ ຫງວຽນແມ້ງຫາຍ ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ເຢຍລະມັນ, ທີ່ປຶກສາທູດຮັບຜິດຊອບການລົງທຶນຂອງສະຖານທູດຫວຽດນາມ ປະຈໍາ ເຢຍລະມັນ, ໄດ້ຊົມເຊີຍບັນດາຜູ້ແທນເຂົ້າຮ່ວມພິທີສ້າງຕັ້ງ VINEU. ທ່ານ ເນັ້ນໜັກເຖິງຄວາມຕ້ອງການທີ່ຈໍາເປັນຂອງການສ້າງປະຊາຄົມລວມເພື່ອແບ່ງປັນຄວາມຮູ້, ບົດຮຽນຮ່ວມມືໃນການຄົ້ນຄວ້າ ແລະພັດທະນາຜະລິດຕະພັນ, ການຄ້າສິນຄ້າໃນສະພາບລັດຖະບານ ໄດ້ປະກາດໃຊ້ນະໂຍບາຍສົ່ງເສີມພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງ, ພົ້ນເດັ່ນແມ່ນຍຸດທະສາດແຫ່ງຊາດກ່ຽວກັບການປະຕິວັດອຸດສາຫະກຳ ຄັ້ງທີ 4 ຮອດປີ 2030.

leftcenterrightdel
ບັນຍາກາດທີ່ພິທີສ້າງຕັ້ງເຄືອຂ່າຍປ່ຽນແປງໃໝ່ປະດິດສ້າງຫວຽດນາມ ຢູ່ເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ.

ເລື່ອງສ້າງຕັ້ງ VINEU ຈະຊ່ວຍເຫຼືອການເຂົ້າເຖິງເຕັກໂນໂລຢີ, ຄວາມຮູ້ດ້ານວິທະຍາສາດ-ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງຂອງບັນດາປະເທດເອີລົບ ຜ່ານບັນດານັກຊ່ຽວຊານຫວຽດນາມ ເພື່ອແນໃສ່ເຂົ້າເຖິງ, ຂຸດຄົ້ນກໍາລັງໜູນປ່ຽນແປງໃໝ່ປະດິດສ້າງຂອງບັນດາປະເທດ; ເປີດກວ້າງກາລະໂອກາດຮ່ວມມື, ລົງທຶນ, ດໍາເນີນທຸລະກິດ, ໃຫ້ຄໍາປຶກສາໃຫ້ແກ່ບັນດາການເຄື່ອນໄຫວປ່ຽນແປງໃໝ່ປະດິດສ້າງພາຍໃນປະເທດ, ພິເສດແມ່ນໃນຂົງເຂດປັນຍາປະດິດ, ສາທາລະນະສຸກ...

ທີ່ພິທີ, ທ່ານ ຫງວຽນຫວຽດແອງ  ປະທານເຄືອຂ່າຍປ່ຽນແປງໃໝ່ປະດິດສ້າງຫວຽດນາມ ຢູ່ເອີລົບ, ໄດ້ແນະນໍາກ່ຽວກັບວິວັດການສ້າງຕັ້ງ, ກໍ່ຄືພາລະກໍາ, ວິໄສທັດ ແລະຄຸນຄ່າຂອງ VINEU. ເຄືອຂ່າຍຢູ່ເອີລົບ ແມ່ນເວທີປາໄສເຕົ້າໂຮມນັກຊ່ຽວຊານ, ປັນຍາຊົນ, ໄວໜຸ່ມຫວຽດນາມ ທຸກຄົນເພື່ອເຂົ້າເຖິງເຕັກໂນໂລຢີໃໝ່ປະກອບສ່ວນພັດທະນາປະເທດຊາດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະຊາຄົມປ່ຽນແປງໃໝ່ປະດິດສ້າງຫວຽດນາມ ຢ່າງແທດຈິງ.

ໂດຍ: ຈາງຫງວຽນ