leftcenterrightdel
ຕອນເຊົ້າວັນທີ 16 ຕຸລາ, ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່  548 ຄົນ ແລະມີຜູ້ເສຍຊີວິດເພີ່ມອີກ 2 ຄົນ. ພາບ: ສູນຂ່າວສານການແພດສຸຂະສຶກສາ.

ໃນຈໍານວນຜູ້ຕິດເຊື້ອເລີ່ມໃໝ່ນັ້ນແມ່ນຢູ່ນະຄອນຫຼວງວຽງຈັນ 164 ຄົນ (162 ຄົນຕິດໃນຊຸມຊົນ ແລະ 2 ຄົນນໍາເຂົ້າ), ແຂວງບໍ່ແກ້ວ 10 ຄົນ (ຕິດໃນຊຸມຊົນ), ແຂວງຫຼວງນໍ້າທາ 9 ຄົນ (ຕິດໃນຊຸມຊົນ), ແຂວງຫຼວງພະບາງ 42 ຄົນ (ຕິດໃນຊຸມຊົນ), ແຂວງວຽງຈັນ 43 ຄົນ (ຕິດໃນຊຸມຊົນ), ແຂວງໄຊສົມບູນ 5 ຄົນ (ຕິດໃນຊຸມຊົນ), ແຂວງບໍລິຄໍາໄຊ 11 ຄົນ (ຕິດໃນຊຸມຊົນ), ແຂວງຄໍາມ່ວນ 241 ຄົນ (ຕິດໃນຊຸມຊົນ), ແຂວງສະຫວັນນະເຂດ 11 ຄົນ ( 3 ຄົນນໍາເຂົ້າ ແລະ 8 ຄົນຕິດໃນຊຸມຊົນ), ແຂວງສາລະວັນ 5 ຄົນ (ຕິດໃນຊຸມຊົນ), ແຂວງຈໍາປາສັກ 7 ຄົນ (ຕິດໃນຊຸມຊົນ).

ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈໍານວນ 31.736 ຄົນ, ເສຍຊີວິດສະສົມ 38 ຄົນ.

ສືບຕໍ່ອັບເດດ

ໂດຍ: ທະນາພອນ