leftcenterrightdel
ທ່ານ Enrique Mora, ທູດພິເສດຂອງສະຫະພາບເອີລົບ ຮັບຜິດຊອບກ່ຽວກັບການປະສານງານບັນຫາອີຣານ. ພາບ: AFP/ສໍານັກຂ່າວສານຫວຽດນາມ. 

ວັນທີ 14 ຕຸລາ, ທ່ານທູດພິເສດຂອງສະຫະພາບເອີລົບ (ອີຢູ) ຮັບຜິດຊອບກ່ຽວກັບການປະສານງານບັນຫາອີຣານ Enrique Mora, ໄດ້ພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດອີຣານ Ali Bagheri ຢູ່ນະຄອນຫຼວງ Tehran, ໃນນັ້ນ 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການໄປຢ້ຽມຢາມອີຣານຂອງທ່ານ Mora ດຳເນີນໄປໃນສະພາບການທີ່ ອີຢູ ກໍຄື ອາເມລິກາ ເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ການເຊື່ອມຕໍ່ການເຈລະຈາເພື່ອຟື້ນຟູຂໍ້ຕົກລົງ ອີຣານ ຄືນໃໝ່.

ທີ່ກອງປະຊຸມ, 2 ທ່ານໄດ້ປຶກສາຫາລືກ່ຽວກັບການພົວພັນລະຫວ່າງ ອີຣານ ແລະ ອີຢູ, ບັນຫາ ອາບການິດສະຖານ ແລະເລື່ອງຍົກເລີກບັນດາຄຳສັ່ງລົງໂທດຂອງອາເມລິກາ. ມາຮອດປະຈຸບັນ ຍັງບໍ່ທັນມີຂໍ້ມູນລະອຽດກ່ຽວກັບການປຶກສາຫາລືດັ່ງກ່າວເທື່ອ.

ແລະກໍ່ໃນວັນທີ 14 ຕຸລາ, ອີຣານ ໄດ້ສົ່ງຈົດໝາຍເຖິງທ່ານປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍເນື້ອໃນກ່າວເຕືອນວ່າ ອິດສະຣາແອັນ ວ່າ Tehran ຈະຕ້ານຄືນບໍ່ວ່າການບຸກໂຈມຕີຄັ້ງໃດ ທີ່ແນໃສ່ບັນດາຮາກຖານນິວເຄຼຍ, ພາຍຫຼັງທີ່ ອິດສະຣາແອັນ ຖະແຫຼງມີສິດນຳໃຊ້ກຳລັງອາວຸດ.

ແຫຼ່ງຄັດຈາກ: vovworld.vn