ນີ້ແມ່ນຂໍ້ສັງເກດຂອງຜູ້ໃຫ້ຄຳປຶກສາສັງກັດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ໄດ້ຍົກອອກມາໃນວັນທີ 13 ຕຸລາ.

leftcenterrightdel
ກອງປະຊຸມລັດຖະມົນຕີການເງິນ G7 ໃນວັນທີ 4-6-2021 ຢູ່ ລອນດອນ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ຕາມກຸ່ມຄະນະຜູ້ໃຫ້ຄຳປຶກສາຂອງ G7 ແລ້ວ, ບັນຫາລະບົບການສະໜອງ, ການແຈກຢາຍວັກຊິນ, ການເຂົ້າເຖິງແຫຼ່ງແຮ່ທາດທີ່ສຳຄັນ, ໄພນາບຂູ່ໃນເຄືອຂ່າຍອິນເຕີເນັດ, ອາກອນດີຈີຕອນ, ຊັບສິນເງິນດີຈີຕອນ ແລະ ການປ່ຽນແປງຂອງດິນຟ້າອາກາດພວມວາງອອກສິ່ງທ້າທາຍເຊິ່ງເຮັດໃຫ້ໂລກຕ້ອງມີການປ່ຽນແປງວິທີການຄຸ້ມຄອງພື້ນຖານເສດຖະກິດ. ທ່ານ Mark Sedwill, ອະດີດຜູ້ໃຫ້ຄຳປຶກສາຄວາມໝັ້ນຄົງແຫ່ງຊາດຂອງອັງກິດ, ທັງເປັນຫົວໜ້າຄະນະໃຫ້ຄຳປຶກສາກ່ຽວກັບການຟື້ນຟູເສດຖະກິດຂອງ G7 ຖືວ່າ ກຸ່ມນີ້ ຄວນຮ່ວມມືນຳກັນຢ່າງມີປະສິດທິຜົນກວ່າເພື່ອກຳນົດ ແລະ ຄຸ້ມຄອງຄວາມສ່ຽງທີ່ຫາກໍປະກົດຂຶ້ນໃໝ່.

ຄະນະໃຫ້ຄຳປຶກສາກໍໃຫ້ຂໍ້ສະເໜີແນະວ່າ ຄວນເພີ່ມທະວີການລົງທຶນໃສ່ພື້ນຖານໂຄງລ່າງ ແລະ ການຄົ້ນຄວ້າໃໝ່ ເພື່ອຮັບປະກັນຫຼັກການການຄ້າໜູນຊ່ວຍບັ້ນຕໍ່ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ໃຫ້ຄຳໝັ້ນສັນຍາແບ່ງປັນຂໍ້ມູນຂ່າວສານ, ຄົ້ນຫາທີ່ມາ ແລະ ວາງອອກບັນດາການປະຕິຮູບມາດຖານສຳລັບແຮ່ທາດສຳຄັນຊະນິດຕ່າງໆໃນການວິວັດທະນາການຫັນປ່ຽນຂຽວ.

ແຫຼ່ງຄັດຈາກ: vovworld.vn