leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison  ພ້ອມກັນສ້າງສຳພັນທະມິດໃໝ່ (ພາບ: AP)

ກ່າວຄຳເຫັນກັບບັນດານັກຂ່າວ, ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງ ໃນອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ ຕາມຂໍ້ກຳນົດຂອງການພົວພັນຄູ່ຮ່ວມມືໃໝ່ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ປະກາດ, ວໍຊິງຕັນ ແລະລອນດອນ ຈະສະໜອງໃຫ້ອົດສະຕາລີ ເຕັກໂນໂລຢີ ແລະຄວາມສາມາດໃນການຜັນຂະຫຍາຍບັນດາກໍາປັ່ນດຳນ້ຳນິວເຄຼຍ.

ທ່ານປະທານາທິບໍດີ Biden ໄດ້ເນັ້ນໜັກວ່າ ທຸກໆປະເທດ ລ້ວນແຕ່ເຫັນໄດ້ຄວາມຈຳເປັນຂອງການຮຽກຮ້ອງໃຫ້ຮັບປະກັນສັນຕິພາບ ແລະ ສະຖຽນລະພາບ ຢູ່ມະຫາສະໝຸດອິນເດຍ-ປາຊີຟິກ ໃນໄລຍະຍາວ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Morrison ຢັ້ງຢືນວ່າ ອົດສະຕາລີ ຈະບໍ່ປະກອບອາວຸດນິວເຄຼຍ ແລະຈະສືບຕໍ່ປະຕິບັດທຸກພັນທະບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຂອງ Canberra.

ທ່ານນາຍົກລັດຖະມົນຕີ  Johnson ເອີ້ນວ່າ ນີ້ແມ່ນຄຳຕັດສິນສຳຄັນສຳລັບ ອົດສະຕາລີ ເພື່ອມີເຕັກໂນໂລຢີປະດິດແຕ່ງກໍາປັ່ນດຳນ້ຳນິວເຄຼຍ ແລະ ຂໍ້ຕົກລົງສະບັບນີ້ ຈະເຮັດໃຫ້ໂລກມີຄວາມປອດໄພກວ່າອີກ.

ແຫຼ່ງຄັດຈາກ: vovworld.vn