leftcenterrightdel
ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ພາບ: Reuters.

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 76 ຂອງ ສປຊ (UNGA76), ວັນທີ 14 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ທົ່ວໂລກຄວນສຸມໃສ່ການຕ້ານໂລກລະບາດ, ຄວນເພີ່ມລະດັບຄວາມໄວໃນການຕໍ່ສູ້ກັບໂລກລະບາດໃຫ້ມີປະສິດທິຜົນກວ່າອີກດ້ວຍວິທີສະໜອງວັກຊິນ, ອຸປະກອນການແພດ ແລະ ມີວິທີການປິ່ນປົວໃຫ້ແກ່ປະຊາຊົນທຸກຄົນໃນທົ່ວໂລກ. ພິເສດ, ທ່ານເນັ້ນໜັກວ່າໄລຍະຫ່າງຢ່າງໃຫຍ່ຫຼວງລະຫວ່າງຜູ້ທີ່ໄດ້ຮັບການສັກວັກຊິນໃນຂະນະທີ່ມີເຖິງນັບລ້ານໆຄົນຍັງບໍ່ທັນໄດ້ເຂົ້າເຖິງວັກຊິນກັນພະຍາດໂຄວິດ-19 ເທື່ອ ແລະ ໄລຍະຫ່າງດັ່ງກ່າວແມ່ນຍ້ອນຄົນເຮົາເອງເປັນຜູ້ກໍ່ຂຶ້ນ, ຍ້ອນບັນດາລະບົບເສດຖະກິດກໍ່ສິ່ງກີດຂວາງແກ່ຜູ້ທຸກຍາກ ແລະ ຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນ.

ທ່ານເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ບັນດາສິ່ງທ້າທາຍຂອງໂລກໃນປັດຈຸບັນແມ່ນສາມາດແກ້ໄຂໄດ້ຢ່າງສິ້ນເຊີງຖ້າຫາກວ່າບັນດາປະເທດສະມາຊິກ ສປຊ ພ້ອມກັນສາມັກຄີ, ຮ່ວມມືກັນບົນເນື້ອໃນຈິດໃຈຂອງລັດທິຫຼາຍຝ່າຍ, ພ້ອມດຽວກັນນັ້ນ, ຄວນມານະພະຍາຍາມກວ່າອີກເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເຊິ່ງ ສປຊ ໄດ້ວາງອອກ.

ແຫຼ່ງຄັດຈາກ: vovworld.vn