ບັນດາສະມາຊິກຂອງສະພາຄວາມໝັ້ນຄົງຮັບຮູ້ຄວາມຄືບໜ້າທີ່ຕັ້ງໜ້າໃນໄລຍະມໍ່ໆມານີ້ຢູ່ຊູດັງ ແຕ່ກໍ່ຖືວ່າສະພາບການຢູ່ປະເທດນີ້ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນສະພາບການເພີ່ມຄວາມຮຸນແຮງລະຫວ່າງວົງຄະນະຍາດ, ວິກິດການເສດຖະກິດ, ມະນຸດສະທໍາ. ບັນດາປະເທດໄດ້ຢັ້ງຢືນຄືນໃໝ່ກ່ຽວກັບການສະໜັບສະໜູນການເຄື່ອນໄຫວຂອງ UNITAMS ໃນການໜູນຊ່ວຍວິວັດການຂ້າມຜ່ານຢູ່ຊູດັງ.

leftcenterrightdel
ທ່ານ ຟ້າມຫ໋າຍແອງ ເອກອັກຄະລັດຖະທູດ ກ່າວຄໍາເຫັນທີ່ວາລະປະຊຸມສະພາຄວາມໝັ້ນຄົງກ່ຽວກັບຊູດັງ. ພາບ: vov.vn.

ທ່ານ ຟ້າມຫ໋າຍແອງ ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຮັບຮູ້ຄວາມຄືບໜ້າຢູ່ຊູດັງ ໃນໄລຍະຜ່ານມາ ແລະຮຽກຮ້ອງໃຫ້ລັດຖະບານ ແລະບັນດາຝ່າຍທີ່ກ່ຽວຂ້ອງຢູ່ຊູດັງ ຊຸກຍູ້ວິວັດທະນາການຂ້າມຜ່ານໃຫ້ເໝາະສົມກັບຂໍ້ຕົກລົງສັນຕິພາບ, ໃນນັ້ນມີການຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງ ແລະຊາວໜຸ່ມ.

ທ່ານ ຟ້າມຫ໋າຍແອງ ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍມະນຸດສະທໍາ ແລະສ້າງເງື່ອນໄຂໃຫ້ແກ່ຊູດັງ ເຂົ້າເຖິງແຫຼ່ງການເງິນສາກົນກວ່າອີກ, ພ້ອມກັນນັ້ນທ່ານກໍ່ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງຫວຽດນາມ ຕໍ່ກັບຄວາມມານະພະຍາຍາມຂອງ ສປຊ, UNITAMS, ບັນດາຄູ່ຮ່ວມມືໃນພາກພື້ນ ແລະສາກົນໃນການໜູນຊ່ວຍວິວັດທະນາການຂ້າມຜ່ານ ແລະພັດທະນາຢູ່ຊູດັງ.

ໂດຍ: ຈາງຫງວຽນ